ໝີ​ແພນ​ດາ​ທີ່​ມີ​ຊື່ວ່າ"​ຖຽນໆ"​ແລະ​"ຢາງ​ກວ່າ​ງ"ຈາກ​ຈີນສົ່ງ​ໄປ​ຮອດ​ອັງກິດ​ແລ້ວ

(GMT+08:00) 2011-12-05 15:49:41     cri
​ໝີ​ແພນ​ດາ​ສອງ​ໂຕ​ທີ່​ມີ​ຊື່ວ່າ"ຖຽນໆ"​ແ​ລະ"ຢາງ​ກວ່າ​ງ"ຊຶ່ງ​ເປັນ​ສັນຍະລັກ​ແຫ່ງ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ຈີນ​ອັງກິດ​ໄດ້​ສົ່ງໄປ​ຮອດ​ເມືອງ​ເອດິນ​ເບີກ ທາງ​ພາກ​ເໜືອ​ຂອງ​ອັງກິດ​ໃນ​ຕອນ​ທ່ຽງ​ວັນ​ທີ4ທັນວາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນເພື່ອ​ເລີ່​ມດຳລົງຊີວິດ​ແບບ​ແລກປ່ຽນ​ຢູ່​ອັງກິດ​ເປັນ​ເວລາ10​ປີ.

"ຖຽນໆ"​ແລະ"ຢາງ​ກວາງ"​ແມ່ນ​ໝີ​ແພນ​ດາຈີນ​ຄູ່​ທີ​ສອງທີ່​ດຳ​ລົງ​ຊີວິດ​ຢູ່​ອັງກິດ.ປີ1974,ລັດຖະບານ​ຈີນ​ເຄີຍ​ມອບ​ໝີ​ແພນ​ດາສອງ​ໂຕ​ທີ່​ມີ​ຊື່ວ່າ"​ເຈ່ຍໆ"​ແລະ"ຈິ່ງໆ"​ເປັນ​ຂອງຂວັນ​ໃຫ້​ອັງກິດ,​ແຕ່​​ວ່າ​ໝີ​ແພນ​ດາຄູນີ້​ບໍ່ສາມາດເກີດ​ລູກ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ