ທະຫານ​ອາ​ເມ​ລິ​ກາ​ເລີ່​ມຖອນ​ອອກ​ຈາກ​ຖານ​ທັບ​ອາກາດ​ "ຊາມ​ຊີ"​ໃນປາ​ກີ​ສະຖານ

(GMT+08:00) 2011-12-05 10:39:59     cri
ວັນ​ທີ4ທັນວາ​ນີ້,ທະຫານ​ອາ​ເມ​ລິ​ກາ​​ໄດ້ເລີ່​ມຖອນ​ອອກ​ຈາກ​ຖານ​ທັບ​ອາກາດ​ຊາມ​ຊີ​ທີ່​ຕັ້ງ​ຢູ່​ແຂວງ​ບາ​ລູຊີ​ສຕັນ ທາງພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປາ​ກີ​ສະຖານ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ລັດຖະບານ​ປາ​ກີ​ສະຖານ.

ມື້​ດຽວ​ກັນ,​ໃນ​ເວລາ​ລົມ​ໂທລະສັບ​ກັບ​ທ່ານ​ອາຊີ​ຟ ອາລີ ຈາ​ດາຣີ,ປະທານາທິບໍດີ​ປາ​ກີ​ສະຖານ,ທ່ານ​ບາຣັກ ​ໂອບ​າມາ,ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າຮູ້ສຶກ​ເສຍ​ໃຈ​ຕໍ່​ນາ​ໂຕ,ນາ​ໂຕ​ໄດ້​ຫຼອນ​ໂຈມ​ຕີ​ທາງ​ອາກາດ​​ໃສ່​ດ່ານ​ກວດກາ​ການ​ທະຫານ​ຂອງ​ປາ​ກີ​ສະຖານ​​ໄດ້​ເຮັດ​ໃຫ້​ປະຊາຊົນ​ປາ​ກີ​ສະຖານ​ເສຍ​ຊີວິດ​ແລະ​ບາດ​ເຈັບ,​ເຫດການ​ດັ່ງກ່າວ​ບໍ່​ແມ່ນ​ການຕັ້ງ​ໃຈ​ຫຼອນ​ໂຈມ​ຕີ​ຕໍ່ປາ​ກີ​ສະຖານ. ທ່ານ​ຍັງ​ກ່າວ​ຢ້ຳວ່າຂອງ​ອາ​ເມ​ລິ​ກາ​ຈະດຳ​ເນີນ​ການ​ສືບສວນ​ຢ່າງຮອບດ້ານ.

ຫຼັງ​ຈາກ​ນັ້ນ,ປາ​ກີ​ສະຖານ​ໄດ້ປິດ​ເສັ້ນທາງ​ລຳລຽງ​ພະລາທິການຂອງ​ນາ​ໂຕ​ທີ່​ຜ່ານ​ປາ​ກີ​ສະຖານ​ໄປຍັງ​ອັຟກາ​ນີສະຖານ,​ແລະຮຽກຮ້ອງ​ໃຫ້​ທະຫານ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ຖານ​ທັບ​ອາກາດ​ຊາມ​ຊີ​ຂອງ​ປາ​ກີ​ສະຖານ​ພາຍ​ໃນ15ວັນ,​ແລະ​ປະກາດຈະ​ບໍ່​ເຂົ້າ​ຮ່ວມ​ກອງ​ປະຊຸມສາກົນ​ກ່ຽວ​ກັບ​ບັນຫາອັຟກາ​ນີສະຖານ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ບອນ​ຂອງ​ເຢຍລະ​ມັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ