​ໄທອະ​ໄພ​ໂທດ​ແລະ​ຜ່ອນ​ໂທດ​ໃຫ້​ນັກ​ໂທດ​ເປັນ​ກໍລະນີພິ​ເສດ​ແຕ່​ບໍ່​ໄດ້​ລວມທັງ​ທ່ານ​ທັກສິນ ຊິນນະ​ວັດ

(GMT+08:00) 2011-12-05 11:18:23     cri
ຕາມ​ຂ່າວ​ຈາກ​ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​: ວັນ​ທີ5ທັນວາ​ນີ້, ພະບາດສົມເດັດພູມີ​ພົນ ອາ​ດູ​ນຍະ​ເດດ, ​ເຈົ້າ​ຊີວິດ​ຂອງ​ໄທ​ໄດ້​ສະ​ເຫຼີ​ມສະຫຼອງ​ວັນ​ເກີດ​ຄົບຮອບ84ປີ, ອີງ​ຕາມຄວາມ​ຊິນ​ເຄີຍທີ່​ເຄີຍ​ປະຕິບັດ​ມາ,​ໄທ​ຈະອະ​ໄພ​ໂທດ​ແລະ​ຜ່ອນ​ໂທດ​ໃຫ້​ນັກ​ໂທດ​ຫຼາຍ​ພັນ​ຄົນ,​ແຕ່​ລັດຖະບານ​ໄທ​ກ່າວ​ວ່າ,ທ່ານ​ທັກສິນ ຊິນນະ​ວັດ,ອະດີດ​ນາຍົກລັດຖະມົນຕີ​ໄທ​ຈະ​ບໍ່​ຢູ່​ໃນ​ບັນຊີ​ລາຍ​ຊື່​ຂອງນັກ​ໂທດ​ທີ່​ໄດ້​ຮັບ​ການ​ອະ​ໄພ​ໂທດ​ໃນ​ຄັ້ງ​ນີ້.

ວັນ​ທີ4ທັນວາ​ນີ້, ລັດຖະບານ​ໄທ​ກ່າວ​ວ່າ, ​ເຖິງ​ວ່າ​ມີ​ຄົນ​ໂທດປະມານ 22.000ຄົນ​ໄດ້​ຮັບອະ​ໄພ​ໂທດ​ແລະ​ຜ່ອນ​ໂທດ,​ແຕ່​ຊື່​ຂອງ​ທ່ານ​ທັກສິນ​ຊິນ​ນະ​ວັດ​ບໍ່​​ໄດ້​ຖືກ​ຈັ​ດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ໃນ​ການ​ອະ​ໄພ​ໂທດ​ຄັ້ງ​ນີ້.

ສື່​ມວນ​ຊົນ​ຂອງ​ໄທ​ລາຍ​ງານ​ໃນ​ເດືອນຜ່ານ​ມານີ້​ວ່າ,ລັດຖະບານ​ໄທ​ໄດ້​ອະນຸມັດ​ໃຫ້​ຜ່ານ​ລາຍ​ຊື່​ຂອງນັກໂທດທີ່​ໄດ້​ຮັບ​ການ​ອະ​ໄພ​ໂທດ​ເປັນ​ພິ​ເສດສະບັບ​ໜຶ່ງ,ຊື່​ຂອງທ່ານ​ທັກສິນ ຊິນນະ​ວັດ​​ກໍ່​ໄດ້​ຖືກ​ຈັດ​ເຂົ້າ​ໃນບັນຊີ​ລາຍ​ຊື່​ເຊັ່ນ​ດຽວ​ກັນ,ນີ້​ເຮັດ​ໃຫ້​ສັດ​ຕູທາງ​ການ​ເມືອງ​ຂອງ​ທ່ານ​ທັກສິນ ຊິນ​ນະ​ວັດ​ບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ. ວັນ​ທີ20​ພະຈິກ​ແລ້ວ​ນີ້, ລັດຖະມົນຕີ​ວ່າການ​ກະຊວງ​ຍຸດຕິ​ທຳ​ໄທ​ກ່າວ​ວ່າ, ຢູ່​ໃນລາຍ​ຊື່​ນັກໂທດ​ທີ່​ໄດ້​ຮັບ​ການ​ອະ​ໄພໂທດ​ຈາກພະບໍລົມ​ວົງສາ​ນຸວົງ​ຂອງ​ໄທ​ໃນ​ປີ​ນີ້​ບໍ່​ໄດ້​ລວມທັງ​ຊື່​ຂອງ​ທ່ານ​ທັກສິນ ຊິນນະ​ວັດ,ອະດີດ​ນາຍົກລັດຖະມົນ​ໄທ,​ເພາະວ່າ​ "ນັກ​ໂທດທີ່​​ໂຕນ​ໜີ​ຢູ່​ນັ້ນ​ບໍ່​ມີ​ຄຸນ​ວຸດ​ທິ"​ຮັບ​ການ​ອະ​ໄພ​ໂທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ