ອີຣານອ້າງ​ວາ​ໄດ້ຍິງ​ເຮືອບິນ​ສອດ​ແນມ​ແບບ​ບໍ່​ມີ​ຄົນ​ຂັບ​ຂອງອາ​ເມ​ລິ​ກາ​ຕົກ

(GMT+08:00) 2011-12-05 16:35:56     cri

ວັນ​ທີ4​ທັນວາ​ນີ້, ຂ່າວສານ​ຟັສອີຣານ​ລາຍ​ງານ​ວ່າ, ກອງທັບ​ປ້ອງ​ກັນ​ທາງ​ອາ​ກາດ​ອີ​ຣານ​ໄດ້​ຍິງ​ເຣືອ​ບິນ​ສອດ​ແນມ​ແບບ​ບໍ່​ມີ​ຄົນ​ຂັບຂອງ​ອາ​ເມ​ລິ​ກາ​ຕົກ​ຢູ່​ເຂດ​ຊາຍ​ແດນ​ພາກ​ຕາ​ເວັນ​ອອກ​ຂອງ​ອີຣານ, ​ແຕ່​ຂ່າວ​ນີ້​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ລັດຖະບານ​ອີຣານ.

ເຮືອບິນ​ສອດ​ແນມ​ແບບ​ບໍ່​ມີ​ຄົນ​ຂັບ​ລໍາ​ນີ້​ຖືກ​ທະຫານ​ອີ​ຣານ​ປະ​ຈໍາ​ເຂດ​ຊາຍ​ແດນ​ເຫັນ​ແລະ​ຍິງ​ຕົກ​ໃນ​ເວ​ລາ​ບິນ​ເຂົ້າ​ສອບ​ແນມ​ເທິງ​ນ່ານຟ້າ​​ພາກ​ຕາ​ເວັນ​ອອກ​ຂອງ​ອີຣານ. ​ເຮືອບິນ​ສອດ​ແນມ​​ແບບ​ບໍ່​ມີ​ຄົນ​ຂັບ​ລໍາ​ນີ້​ແມ່ນ​ທະ​ຫານ​ອາ​ເມ​ລິ​ກາ​ນໍາ​ໃຊ້​ເຂົ້າ​ໃນ​ສົງຄາມ​ອາ​ຟກາ​ນີ​ສະ​ຖານ,​ໃນ​ເວລາ​ຖືກ​ຍິງ​ຕົກ​​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ພຽງ​ເລັກ​ນ້ອຍ, ປະຈຸ​ບັນ, ຖືກ​ທະຫານ​ອີຣານປະ​ຈໍາ​ເຂດ​ຊາຍ​ແດນ​ໄດ້ຍຶດ​ໄວ້​ແລ້ວ. ​ແຕ່​ລາຍ​ງານ​ນີ້ບໍ່​ໄດ້​ເປີດ​ເຜີຍ​ເວລາ​ທີ່​ເຮື​ອບິນລໍາ​ນີ້​ຖືກ​ຍິງ​ຕົກ.

ເດືອນ​ກໍລະກົດ​ປີ​ນີ້, ສື່ມວນ​ຊົນ​ອີຣານ​ໄດ້​ລາຍ​ງານ​ວ່າ, ກອງທັບ​ປ້ອງ​ກັນ​ທາງ​ອາກາດ​ອີຣານ​ໄດ້​ຍິງ​ເຮືອບິນ​ແບບບໍ່​ມີ​ຄົນ​ຂັບຂອງ​ອາ​ເມ​ລິ​ກາ​ລໍາ​ໜຶ່ງ​ຕົກ​ຢູ່​ເມືອງ​ຄູມ​ເຊິ່ງ​ເປັນ​ເມືອງ​ສາ​ສະ​ໜາ​ທີ່ຢູ່​ພາກ​ກາງ​ຂອງ​ອີ​ຣານ. ​ແຕ່​ພາຍ​ຫລັງ​ມາຂ່າວ​ນີ້​ຖືກ​ຢືນຢັນ​ວ່າ​ແມ່ນ​ຂ່າວ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ