ເກີດ​ເຫດການ​ລະ​ເບີດຢູ່​ໃກ້ກັບສະຖານທູດ​ອັງກິດປະ​ຈໍາບາ​ເຣນ​

(GMT+08:00) 2011-12-05 17:12:56     cri

ວັນ​ທີ4​ທັນວາ​ນີ້, ກະຊວງ​ພາຍ​ໃນ​ບາ​ເຣນ​ຢືນຢັນ​ວ່າ,ຕອນ​ຂ້ອນ​ແຈ້ງ​ຂອງ​ມື້​ດຽວ​ກັນ​ນີ້, ​ໄດ້​ເກີດ​ເຫດການ​ລະ​ເບີດ​ແຕກ​ຢູ່​ບໍລິ​ເວນ​ໃກ້​ສະຖານທູດ​ອັງກິດ​ປະ​ຈໍາ​ບາ​ເຣານ, ​ແຕ່​ເຫດ​ລະ​ເບີດ​ຄັ້ງ​ນີ້ບໍ່​ມີ​ຜູ້​ເສຍ​ຊີວິດ​ແລະ​ໄດ້​ຮັບ​ບາດ​ເຈັບ.

ເຫດການລະ​ເບີດ​ໄດ້​ເກີດ​ຢູ່​ບ່ອນ​ຈອດ​ລົດ​ສາທາລະນະ​ທີ່​ຫ່າງ​ຈາກ​ປະ​ຕູ​ຂອງ​ສະຖານ​ທູດ​ອັງ​ກິດ50​ແມັດ, ລູກ​ລະ​ເບີດ​ທີ່​ຊຸກ​ເຊື່ອງ​ໄວ້​ຢູ່​ກ້ອງລົດ​ເມ​ນ້ອຍ​ຄັນ​ໜຶ່ງ​ໄດ້​ລະ​ເບີດຂຶ້ນກະ​ທັນ​ຫັນ,​ເຮັດ​ໃຫ້​ແວ່ນ​ໜ້າຂອງ​ລົດ​ຖືກ​ທໍາລາຍ​ຢ່າງໜັກ​ໜ່ວງ, ໂຕ​ລົດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ລະ​ເບີດ​ເປັນ​ປ່ອງ​ທີ່​ມີລັດສະໝີ​ຍາວ​ເຖິງ30​cm, ລົດ​ຍົນ​5​ຄັນ​ທີ່ຢູ່​ອ້ອມ​ຂ້າງ​ກໍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​

ຫລັງ​ຈາກເຫດການ​ເກີດຂຶ້ນ​ແລ້ວ, ອົງການຮັກສາ​ຄວາມ​ປອດ​ໄພບາ​ເຣນ​ໄດ້​ເພີ່ມກໍາ​ລັງ​ເຂົ້າ​ໃນ​ການ​ຮັກສາຄວາມ​ສະຫງົບ​ຢູ່ສະຖານ​ທູດ​ຕ່າງປະ​ເທດ​ປະ​ຈໍາ​ບາ​​ເຣນ. ປະຈຸ​ບັນ, ຍັງ​ບໍ່​ທັນ​ຮູ້ວ່າ​ໃຜ​ເປັນ​ຜູ້​ກໍ່​ເຫດແລະ​ມີຈຸດ​ປະສົງ​ແນວ​ໃດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ