ຈີນ​ເຊື່ອ​ໝັ້ນ​ວ່າການ​ເລືອກ​ຕັ້ງ​ສະ​ພາ​ຕໍ່າ​ຣັດ​ເຊຍ​ມີ​ຜົນ​ດີ​ຕໍ່​ຄວາມ​ສະມັກ​ຄີ​ໃນສັງຄົມ, ຄວາມ​ມີສະຖຽນ​ລະ​ພາບ​​ແຫ່ງ​ຊາດ​ແລະ​ການ​ພັດທະນາ​ດ້ານ​ເສດຖະກິດ​ຂອງຣັດ​ເຊຍ

(GMT+08:00) 2011-12-05 17:16:41     cri

ວັນ​ທີ5​ທັນວາ​ນີ້, ຢູ່​ປັກ​ກິ່ງ, ທ່ານ​ຫົງ​ເຫລີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວວ່າ,ຈີນ​ເຊື່ອໝັ້ນ​ວ່າ,ການເລືອກ​ຕັ້ງສະ​ພາຕໍ່າ​ຣັດ​ເຊຍຈະ​ມີຜົນ​ດີຕໍ່ການ​ຊຸກຍູ້ຄວາມ​ສາມັກຄີ​ໃນສັງຄົມ,ຄວາມມີ​ສະຖຽນ​ລະພາບ​ແຫ່ງຊາດ​ແລະການ​ພັດທະນາ​ດ້ານເສດຖະກິດຂອງຣັດເຊຍ.

ວັນທີ​4ທັນວານີ້,ຣັດເຊຍ​ໄດ້ຈັດການ​ເລືອກຕັ້ງ​ສະພາ​ຕໍ່າແຫ່ງ​ຊາດ​ຄັ້ງ​ທີ6. ອີງ​ຕາມ​ຜົນ​ສະ​ຖິຕິໃນປະຈຸບັນ, ພັກ​ເອກະ​ພາບຣັດ​ເຊຍ​ໄດ້​ຮັບ​ຄະ​ແນນຫລາຍ​ກວ່າ​ໝູ່. ສໍາລັບ​ເລື່ອງ​ນີ້, ທ່ານ​ຫົງ​ເຫລີ​ຍກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວວ່າ, ຈີນ​ເຄົາລົບ​ການ​ເລືອກ​ຂອງ​ປະ​ຊາ​ຊົນຣັດ​ເຊຍ, ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຊົນ​ຣັດ​ເຊຍ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ຣັດ​ເຊຍ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງປອດ​ໃສ, ໝັ້ນ​ທ່ຽງ​ແລະ​ກ້າວ​ໄປ​ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ