ກອບ​ກູ້​ເງິນ​ເອີ​ໂຣຈະ​ເຂົ້າ​ສູ່​ໄລຍະອາທິດ​ທີ່​ເປັນ​ຂໍ​ກະ​ແຈສຳຄັນ

(GMT+08:00) 2011-12-05 10:34:05     cri
5ມື້​ຕໍ່ໜ້ານີ້, ອາດ​ຈະ​ກາຍ​ເປັນ5​ມື້​ທີ່​ເປັນ​ຂໍ​ກະ​ແຈສຳຄັນ​ໃນ​ການ​ຕັດສິນ​ອະນາຄົດ​ຂອງ​ເງິນ​​ເອີ​ໂຣ. ຈາກ​ການ​ພົບ​ປະກັນ​ລະຫວ່າງ​ຜູ້ນຳ​ຝຣັ່ງກັບ​ເຢຍລະ​ມັນ, ຮອດ​ກອງ​ປະຊຸມ​ສຸ​ດຍອດ​ສະຫະພາບ​ເອີ​ລົບ, ການ​ຕົກລົງ​ແຕ່ລະ​ຫົວຂໍ້​ໃນ​ໄລຍະ​ນີ້​ລ້ວນ​ແຕ່​ອາດ​ຈະ​ປ່ຽນ​ແປງ​ທິດ​ກ້າວ​ເດີນ​ຂອງ​ເຂດ​ໃຊ້​ເງິນ​ເອີ​ໂຣ​ໃນ​ອະນາຄົດ​.

ວັນ​ທີ5​ທັນວາ​ນີ້, ຢູ່​ນະຄອນຫຼວງ​ປາຣີ, ທ່ານ​ນິ​ໂກ​ລາສ ຊາກ​ໂກ​ຊີ ປະທານາທິບໍດີ​ຝຣັ່ງຈະພົບ​ປະ​ກັບ​ທ່ານ​ນາງ​ແອງ​ເຈີ​ລາ ​​ມີ​ເຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ, ​ເພື່ອ​ປະສານ​ສົມທົບ​​ໃນຫຼັກ​ໝັ້ນ​ຂອງ​ສອງ​ຝ່າຍ​ກ່ຽວ​ກັບ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ເອີ​ລົບ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້. ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ເອີ​ລົບ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ8​ທັນວາ​ນີ້, ຜູ້ນຳບັນດາ​ປະ​ເທດ​​ເອີ​ລົບ​ຈະ​ປຶກສາ​ຫາລືຢ່າງ​ເຕັມທີ່​ແລະຕົກລົງ​ຫຼາຍໆ​ຫົວ​ຂໍ້​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ໜີ້​ສິນ​ເອີ​ລົບ.

ນອກ​ນີ້, ວັນ​ທີ7​ທັນວາ​ນີ້, ສະພາ​ເກຼັກຈະ​ລົງ​ຄະ​ແນນ​ສຽງ​ຕໍ່​ແຜນ​ງົບປະມານ​ປີ2012​ຫຼັງ​ເກຼັກ​ໄດ້ປະກາດ​ນະ​ໂຍບາຍ​ຮັດ​ແຄບງົບປະມານ; ມື້​ດຽວ​ກັນ, ທ່ານ​ນິ​ໂກ​ລາສ ຊາກ​​ໂກ​ຊີ ປະທານາທິບໍດີ​ຝຣັ່ງຈະ​ພົບ​ປະ​ກັບ​ທ່ານ​ເກັສ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ, ປຶກສາ​ຫາລື​ແຜນການ​ແກ້​ໄຂ​ວິ​ກິດ​ການ​ໜີ້​ສິນ​ເອີ​ລົບ. ນອກ​ນີ້, ວັນ​ທີ8​ທັນວາ​ນີ້, ທະນາຄານ​ກາງ​ເອີ​ລົບ​ຈະ​ປະກາດ​ຂໍ້​ຕົກລົງ​ກ່ຽວ​ກັບ​ອັດຕາ​ນະ​ໂຍບາຍ​ເປັນ​ຄັ້ງ​ທີ​ສອງ.

ສື່​ມວນ​ຊົນ​ເອີ​ລົບ​ວິ​ເຄາະ​ວ່າ, ຖ້າວ່າ​ເຢຍລະ​ມັນ​ແລະ​ຝຣັ່ງ ທີ່​ເປັນ​ກຳລັງ​ຫຼັກ​ໃນ​ເຂດ​ໃຊ້​ເງິນ​ເອີ​ໂຣ ​ມີ​ຄວາມ​ເປັນ​ເປັນ​ເອກະ​ພາບ​ກັນ​ໃນ​ການ​ພົບ​ປະກັນ​ໃນ​ວັນ​ທີ5ທັນວາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ສະຫະພາ​ບ​ເອີ​ລົບ​ຈະ​ກາຍ​ເປັນຂອງຂວັນ​ບຸນຄຼິສມາດ​ໃນ​ທ້າຍ​ສັບປະດາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ