ກອງ​ປະຊຸມ​ເດີບານ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ແຕ່​ຍັງ​ມີ​ຄວາມ​​ເຫັນ​ທີ່​ຂັດ​ແຍ່ງ​ກັນຫຼາຍຢ່າງ​ກ່ຽວ​ກັບ​ບັນຫາ​ຈຸດ​ສຸມ

(GMT+08:00) 2011-12-05 11:16:06     cri
ປະຈຸ​ບັນ, ວາລະກອງ​ປະຊຸມ​​ສະຫະ​ປະຊາ​ຊາດກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດທີ່​ພວມ​ຈັດ​ຂຶ້ນ​ຢູ່​ເດີ​ບານ​ຂອງ​ປະ​ເທດອາ​ຟຼິກາ​ໃຕ້​ໄດ້​ຜ່ານ​ໄປ​ເຄິ່ງໜຶ່ງ​ແລ້ວ, ​ແຕ່​ອະນາຄົດ​ຍັງ​ບໍ່​ຈະ​ແຈ້ງ​ປານ​ໃດ. ວັນ​ທີ4​ທັນວາ​ນີ້, ທ່ານ​ເຊ້ຍ​ເຈິ້ນ​ຮວາ ຫົວໜ້າ​ຄະນະ​ຜູ້​ແທນ​ຈີນ​ກ່າວ​ວ່າ, ປະຈຸ​ບັນ, ຝ່າຍ​ຕ່າງໆ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ບາງ​ບັນຫາ, ​ແລະ​ອາດ​ຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ, ​ແຕ່​ຍັງ​ມີ​ຄວາມ​ຂັດ​ແຍ່ງ​ກັນຫ​ຫຼາຍໃນ​ສອງ​ບັນຫາ​ຈຸດ​ສຸມ​.

ທ່ານ​ເຊ້ຍ​ເຈິ້ນ​ຮວາ​ກ່າ​ວວ່າ, ພາຍ​​ໃຕ້​ສັນຍາ​ຂອບ​​ສະຫະ​ປະຊາ​ຊາດກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສ້າງ​ລະບຽບ​ການ​ແລະ​ກົນ​ໄກ​ໃນ​ດ້ານ​ຫຼຸດຜ່ອນ, ​ການ​ຊົມ​ໃຊ້, ​ເງິນ​ທຶນ, ການຖ່າຍ​ທອດ​ເຕັກນິກ​ແລະ​ຄວາມ​ໂປ່​ງ​ໃສ, ​ແມ່ນ​ໜ້າ​ທີ່​ສຳຄັນ​ຂອງ​ກອງ​ປະຊຸມ​ເດີ​ບານ. ​ໃນ​ດ້ານ​ນີ້, ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ຫຼາຍ​ບັນຫາ, ​​ແລະ​ອາດ​ຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕັ້ງໜ້າ​ຈຳນວນ​ໜຶ່ງ. ​ແຕ່​ກ່ຽວ​ກັບ​ບັນຫາ​ລົງ​ລາຍ​ເຊັນ​ໃນ​ຄຳ​ໝັ້ນ​ສັນຍາ​​ໄຍລະ​ທີ​ສອງ​ຂອງ​ອະນຸ​ສັນຍາ​ກຽວ​ໂຕ​ແລະ​ບັນຫາ​ກ່ຽວ​ກັບ​ມູນ​ນິທິ​ດິນ​ຟ້າ​ອາກາດ​ສີຂຽວ​ນັ້ນ, ຍັງ​ມີ​ຄວາມ​ຂັດ​ແຍ່ງ​ກັນຢ່າງ​ເດັ່ນ​ຊັດ. ປະ​ເທດ​ພວມ​ພັດທະນາ​ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ພັດທະນາ​ແລ້ວ​ໃຫ້​ຄຳ​ໝັ້ນ​ສັຍາ​ໃນ​ການຫຼຸດ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ, ​ແລະ​ລິ​ເລີ່​ມມູນ​ນິທິ​ສີຂຽວ​ໂດຍ​​ໄວ, ສ່ວນ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ພັດມີ​ຄວາມ​ຫຍໍ້​ທໍ້​ໃນ​ການ​ຮັບ​ມື​ຕໍ່​ບັນຫາ​ນີ້​.

ທ່ານ​ເຊ້ຍ​ເຈິ້ນ​ຮວາ​ກ່າວ​ເນັ້ນ​ວ່າ, ລັດຖະບານ​ຈີນ​ຍິນ​ດີ​ຮ່ວມ​ກັນ​ພະຍາຍາມ​ກັບ​ຄະນະ​ຜູ້​ແທນ​ຝ່າຍ​ຕ່າງໆ​ດ້ວຍ​ທ່າ​ທີ​ຕັ້ງໜ້າ, ມີ​ລັກສະນະ​ສ້າງສັນ​ແລະ​ເປີດ​ເຜີຍ, ພະຍາຍາມ​ໃຫ້​ກອງ​ປະຊຸມ​ໄດ້​ຮັບ​ຄວາ​ມຄືບ​ໜ້າ​ທີ່​ຕັ້ງໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ