ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ອະດີດ​ນາຍົກລັດຖະມົນຕີ​ໄທ​ແລະ​ທ່ານ​ສຸ​ເທບ ​ເທືອ​ກສຸບັນອະດີດ​ຮອງນາຍົກລັດຖະມົນຕີ​ເຫັນ​ດີຮັບ​ການ​ສືບສວນ​ຈາກ​ເຈົ້າ​ໜ້າ​ທີ່ຕຳຫຼວດ

(GMT+08:00) 2011-12-05 16:04:08     cri
ຕາມ​ຂ່າວສານຈີນ:ວັນ​ທີ3 ທັນວາ​ນີ້,​ເຈົ້າ​ໜ້າ​ທີ່ຕຳຫຼວດ​ໄທ​ກ່າວ​ວ່າ,ທ່ານ​ສຸ​​ເທບ ​ເທືອ​ກສຸບັນ ອະດີດ​ຮອງ​ນາ​ຍົກ​ລັດຖະມົນຕີ​ທີ່​ຮັບຜິດຊອບ​ວຽກ​ງານ​ຄວາມ​ໝັ້ນຄົງ​ແລະ​ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ອະດີດ​ນາ​ຍົກ​ລັດຖະມົນຕີຂອງ​ໄທ​ຕ່າງ​ກໍ່ເຫັນ​ດີ​ທີ່​ຈະ​ໄປ​ຮັບ​ການ​ສືບສວນ​ຈາກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໃນ​ວັນ​ທີ8 ​ແລະວັນ​ທີ9 ທັນວານີ້,​ ​ແລະ​ຈະ​ໃຫ້​ຂໍ້​ມູນ​ຂ່າວສານ​ຫຼາຍ​ກວ່າ​ເກົ່າ​ກ່ຽວ​ກັບ​ລັດຖະບານ​ໃນ​​ເວລາ​ນັ້ນ​​ໄດ້​ສະຫຼາຍ​ການ​ປະ​ທ້ວງ​ຂອງ​ກຸ່ມ​ເສື້ອ​ແດງດ້ວຍ​ກຳລັງ​ອາວຸດ.

​ເຈົ້າ​ໜ້າ​ທີ່ຕຳຫຼວດ​ເຫັນ​ວ່າ,ທ່ານ​ອະພິສິດ​​ເປັນນາຍົກລັດຖະມົນຕີ​ໃນ​ເວລາ​ນັນ,ສ່ວນທ່ານ​ສຸ​ເທບ​​ເປັນຮອງ​ນາຍົກລັດຖະມົນຕີທີ່​ຮັບຜິດຊອບ​ວຽກ​ງານ​ຄວາມ​ໝັ້ນຄົງ​ແລະ​ທັງ​ເປັນຫົວໜ້າ​ສູນການ​ຄຸ້ມ​ຄອງ​ສະພາບ​ສຸກ​ເສີນສາທາລະນະ,ຊຶ່ງ​ທງ​ສອງ​ຝ່າ​ນຈະ​ເປັນ​ຜູ່​ໃຫ້​ຂໍ້​ມູນ​ຢ່າງລະອຽດ​ກວ່າ​ເກົ່າກ່ຽວ​ກັບ​ຄວາມ​ຈຳ​ເປັນ​ໃນ​ການ​ສະຫຼາ​ຍກຸ່ມ​ເສື້ອ​ແດງ​ທີ່​ດຳ​ເນີນ​ການ​ປະ​ທ້ວງໃນ​ເວລາ​ນັ້ນ​.

ພາຍຫຼັງ​ດຳ​ເນີນ​ການ​ພິຈາລະນາ​ຄືນ​ໃໝ່​ກ່ຽວ​ກັບເຫດການ​ປະ​ທະ​ກັນ​ດ້ວຍ​ຄວາມຮຸນ​ແຮງ​ໃນ​ປີ​ກາຍ​ນີ້​,ກົມ​ສືບສວນຄະ​ດີ​ພິ​ເສດ​ຂອງ​ໄທ​ເຫັນ​ວ່າ,ລັດຖະບານ​ໃນ​​ເວລາ​ນັ້ນ​ອາດ​ຈະ​ມີ​ຄວາມບຜິດຊອບຕໍ່13ຄະດີ​ທີ່​​ເຮັດ​ໃຫ້ມີ​ຜູ່ຄົນ​​ເສຍ​ຊີວິດ​91ຄົນໃນ​ເຫດ​ການ​ປະ​ທະ​ກັນ​ດ້ວຍ​ຄວາມຮຸນ​ແຮງ​ຫຼາຍ​ຄັ້ງ​ໃນ​​ໄລຍະ​ທີ່"ກຸ່ມ​ເສື້ອ​ແດງ"​ເຕົ້າ​ໂຮມ​ກັນ​ແລະ​ສະ​ແດງ​ກຳລັງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ