ອາ​ຊຽນຈະ​ເຜີຍ​ແຜ່​ລະບົບລະຫັດ​ການ​ຄ້າ​ໃໝ່​ໃນ​ປີໜ້າ

(GMT+08:00) 2011-12-05 16:05:35     cri
ອີ​ງຕາມ​ລະບົບລະຫັດ​ທີ່​ອົງການ​ດ່ານ​ພາສີ​ໂລກພັດທະນາ​ຫຼ້າ​ສຸດ,ກົມ​ພາສີ​ອາກອນ​ຂອງ​ປະ​ເທດພາສີ​ອາ​ຊຽນຕົກລົງ​ວ່າ​ຈະ​ເຜີຍ​ແຜ່​ລະບົບ​ລະຫັດການ​ຄ້າ​ໃໝ່​ໃນ​ປີໜ້າ,​ເພື່ອ​ເຮັດ​ໃຫ້ການ​ຄ້າ​ລະຫວ່າງ​ປະ​ເທດ​ອາຊຽນ​ກັບ​ຕ່າງປະ​ເທດມີ​ຄວາມສະດວກຍິ່ງ​ຂຶ້ນ.

ຫວ່າງມໍ່ໆ​ນີ້,ກົມ​ພາສີ​ອາກອນ​ຂອງ​ສິງ​ກະ​ໂປ​ແຈ້ງ​ວ່າ,ການປະຕິ​ບັດ​ລະບົບ​ລະຫັດການ​ຄ້າ​ໃໝ່​ແມ່ນ​ເພື່ອ​ສະໜອງ​ລະບົບ​ແຍກ​ປະ​ເພດ​ອັນ​​ໂປ່​ງໃສ​ແລະ​ເອກະ​ພາບກັນທາງ​ດ້ານການ​ຄ້າຂອງ​ບັນດາ​ປະ​ເທດ,​ເພື່ອ​ເຮັດ​ໃຫ້ການ​ຄ້າ​ລະຫວ່າງບັນດາ​ປະ​ເທດມີ​ຄວາມສະດວກ.​ເຊິ່ງການ​ກະທຳ​ນີ້​ແມ່ນ​ບາດກ້າວ​ອັນ​ສຳຄັນ​​ໃນ​ການ​ສ້າງ​ຕັ້ງປະຊາ​ຄົມເສດຖະກິດ​ອາ​ຊຽນ​ໃນ​ປີ2015.

ຂ່າວ​ແຈ້ງວ່າ,ປັດ​ຈຸ​ບັນ,ທົ່ວ​ໂລກ​ໄດ້​ມີກົມ​ພາສີ​ອາກອນ​ຂອງ200ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນໃຊ້​ລະບົບລະຫັດການ​ຄ້າ​ໃໝ່,​​​ແຍກ​ປະ​ເພດ​ສິນຄ້າໃຫ້ການ​ຄ້າ​ສາກົນ.ຕາມຂ່າວ​ໃຫ້​ຮູ້,ສິນຄ້າ​ຂາ​ເຂົ້າຂາ​ອອກລ້ວນ​ແຕ່​ມີ​ສະຫັດ​ພາສີ​ອາກອນທີ່​ມີ​ແປດ​ຕົວ​​​ເລກ,ປະ​ເທດ​ຕ່າງ​ກັນ​ເກັບອັດຕາ​ພາສີຕ່າງ​ກັນ​ຕໍ່​ສິນຄ້າຊະນິດ​ດຽວ​ກັນ,​ອັດຕາ​ພາສີ​ຕ່າງ​ກັນ​ຕໍ່​ສິນຄ້າ​ຕ່າງ​ກັນ.​ເຊັ່ນ,ລະຫັດ​ພາສີຂອງ​ນໍ້າ​ດື່ມແຮ່​ທາດແມ່ນ22011000,ລະຫັດ​ພາສີ​ຂອງ​ເຫຼົ້າ​ຝອດ​ອາກາດ​ແມ່ນ22041000,ນໍ້າ​ດື່ມແຮ່​ທາດ​ສົ່ງເຂົ້າ​ສິງກະ​ໂປ​ບໍ່ຕ້ອງ​​ເສຍ​ພາສີ,​ແຕ່​ເຫຼົ່າ​ຝອດ​ອາກາດຕ້ອງ​ເສຍ​ພາສີ.ສິນຄ້າ​ກ່ຽວຂ້ອງ​ຂອງ​ປະ​ເທດ​ອື່ນ​ກໍ່​ໃຊ້​ລະຫັດ​ຄື​ກັນ,​ແນວ​ນີ້​ຈຶ່ງ​ຈະ​ສາມາດ​ຍົກ​ສູງ​ຄວາມ​ໂປ່​ງໃສ​ຂອງ​ສິນຄ້າ​ຂາ​ເຂົ້າຂາ​ອອກ,​ເພື່ອ​ເຮັດ​ໃຫ້​ນັກທຸລະກິດ​ການ​ຄ້າ​ຢັ້ງຢືນ​ສິນຄ້າ​ກ່ຽວ​ຂ້ອງ​ວ່າຕ້ອງ​​ເສຍ​ພາສີ​ຫຼື​ບໍ່,​ແລະ​ມີ​ອັດຕາ​ພາສີ​ບູລິ​ມະ​ສິດ​ພາຍ​ໃຕ້​ສົນທິສັນ​ຍາ​ການ​ຄ້າ​ເສລີ​ຕ່າງ​ກັນ​ຫຼື​ບໍ່.

ນອກ​ນີ້,​ໃນ​ເວ​ລາ​ບັນດາ​ປະ​ເທດ​ພາສີແລະ​ປະ​ເທດ​​ໃນ​ພາກ​ພື້ນ​ມຶ່ງເຈລະຈາ​ເຊັນ​ສັນ​ຍາ​ການ​ຄ້າ​ເສລີ​ແລະ​ສົນທິສັນຍາ​ພາສີ​ອາກອນ,ຈະ​ຖື​ລະບົບ​ສະຫັດ​ນີ້​ເປັນ​ບ່ອນອີງ.ກົມ​ພາສີ​ອາກອນ​ບັນ​ດາ​ປະ​ເທດ​ກໍ່​ສາມາດ​ໃຊ້​ລະຫັດ​ນີ້ຕິດຕາມ​ການ​ຈໍລະ​ຈອນ​ຂອງ​ສິນຄ້າ​ຂາ​ເຂົ້າຂາ​ອອກ​ທີ່ກ່ຽວຂ້ອງ,​ເພື່ອ​ຮັບປະກັນ​ອາຫານ​ທີ່ປອດ​ໄພ,ສາທາລະນະ​ສຸກ,ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ເພີ່ມ​ທະວີ​ວຽກ​ງານ​ປ້ອງ​ກັນ​ການ​ກໍ່​ການ​ຮ້າຍ​ເປັນ​ຕົ້ນ.

ລະບົບ​ລະຫັດ​ພາສີ​ອາກອນ​ໃໝ່​ຂອງ​ອາ​ຊຽນ2012​ແມ່ນ​ຫົວໜ້າ​ກົມ​ພາສີ​ອາກອນຂອງ​ປະ​ເທດພາຄີ​ໄດ້ກ​ເຊັນ​ກັນໃນ​ເດືອນ​ມິຖຸນາ​ປີ2010.ຕາມ​ຊາບຂ່າວ,ລະບົບ​ເວ​ບ​ໄຊ້ຂອງ​ສິງກະ​ໂປ​ຈະ​ຍົກ​ສູງ​ຂຶ້ນ,​ແລະ​ເລີ່​ມ​ແຕ່​ວັນ​ທີ1 ມັງກອນ​ນີ້​ປີ2012​ເປັນ​ຕົ້ນ​ໄປ,​ໃນ​ເວລາ​ນັ້ນຈະ​ເຜີຍ​ແຜ່​ສະ​ບັບທີ່​ມີ​ລະບົບ​ລະຫັດ​ພາສີ​ໃໝ່​ຂອງ​ອາ​ຊຽນ,ຈະ​ເຮັດ​ໃຫ້ການ​ເກັບ​ພາສີ​ອາກອນ​ແລະ​ການ​ຄ້າ​ລະຫວ່າງ​ປະ​ເທດ​ມີ​ຄວສະດວກ​ແລະ​ວ່ອງໄວ​ກວ່າ​ເກົ່າ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ