ຣັດ​ເຊຍ​​ຊ່ວຍ​ເຫຼືອ​ຫວຽດນາມ​ສ້າງ​ໂຮງງານ​ໄຟຟ້ານີວ​ເຄຼຍ

(GMT+08:00) 2011-12-05 15:43:20     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 2 ທັນວາ​ນີ້, ​ໂຄສົກ​ວິ​ສາ​ຫະກິດ​ພະລັງງານ​ນີວ​ເຄຼຍ​ແຫ່ງ​ໜຶ່ງ​ຂອງຣັດ​ເຊຍ​ກ່າວ​ວ່າ, ຜູ່​ຊ່ຽວຊານ​ຣັດ​ເຊຍ​ໄດ້​ເລິ່ມ​ຊ່ວຍ​ເຫຼືອ​ຫວຽດນາມ​ສ້າງ​ໂຮງງານ​ໄຟຟ້ານີວ​ເຄຼຍນິງທວນ.

ຂ່າວສານຣັດ​ເຊຍ​ລາຍ​ງານ​ວ່າ, ນີ້​ແມ່ນອີງ​ຕາມ​ສັນຍາ​ສະບັບ​ໜຶ່ງທີ່ລັດຖະບານ​ຣັດ​ເຊຍ​ໄດ້​ເຊັນ​ກັບ​ຫວຽດນາມ​, ​ຄາດ​ວ່າໂຮງງານ​ໄຟຟ້າ​ນີວ​ເຄຼຍນິງທວນ​ຈະ​ສ້າງ​ສຳ​​ເລັດ​ກ່ອນ​ປີ2020. ​ໂຮງງານ​ໄຟຟ້າ​ນີວ​ເຄຼຍ​ແຫ່ງ​ນີ້​ຈະ​ມີ​ເຄື່ອງຈັກ​ຜະລິດ​ໄຟຟ້າ​ສອງ​ໜ່ວຍ, ຫຼັງ​ຈາກ​ສ້າງ​ສຳ​ເລັດ​ແລ້ວ, ​​ຈະ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໄຟຟ້າ​​ໃຫ້ຫວຽດນາມ,ພ້ອມ​ທັງ​ເພິ່ມທະວີ​ຄວາມ​ປອດ​ໄພ​ດ້ານພະລັງງານ ​ແລະ ຍົກ​ສູງ​ເຕັກນິກ​ພະລັງງານ​ນີວ​ເຄຼຍຂອງ​ຫວຽດນາມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ