ມຽນມາ​ອະນຸມັດ​​ໃຫ້​ປະຊາຊົນ​ສາມາດ​ຈັດ​ຕັ້ງໂຮມ​ຊຸມນຸມ​ໂດຍ​ສັນຕິ​ເປັນ​​ເທື່ອ​ທຳ​ອິດ

(GMT+08:00) 2011-12-05 15:48:01     cri

ຕາມ​ຂ່າວCRI: ວັນ​ທີ 3 ທັນວາ​ນີ້, ສື່​ມວນ​ຊົນ​​ທາງ​ການ​ມຽນມາລາ​ຍງານ​ວ່າ, ​ເປັນ​ເທື່ອ​ທຳ​ອິດ​ທີ່ທ່ານ​ອູ​ເທັນ​ເຊັນ ປະທານາທິບໍດີ​ມຽນມາ​ໄດ້​ເຊັນດຳລັດ​ອະນຸມັດ​​ໃຫ້ມວນຊົນ​ສາມາດ​ຈັດ​ຕັ້ງໂຮມ​ຊຸມ​ນຸມ​ໂດຍ​ສັນຕິ​ໄດ້.

ບົດ​ລາຍ​ງານ​ຂຽນ​ວ່າ, ດຳລັດ​ສະບັບໃໝ່​ນີ້ຮຽກ​ຮ້ອງ​ໃຫ້​ຜູ່​ປະ​ທ້ວງ​ສະ​ເໜີ​ຄຳ​ຮ້ອງ​ຂໍກ່ອນ​ຢ່າງ​ໜ້ອຍ 5 ມື້, ຖ້າ​ຖືກ​ປະຕິ​ເສດ, ສາມາດອຸທອນ​ໄດ້. ສະຖານ​ທີ່​ຈັດງານ​ຊຸມນຸມ​ຕ້ອງ​ຫຼີກ​ເວັ້ນຈາກ​ອົງການຈັດ​ຕັ້ງລັດຖະບານ, ສະຖານທູດ, ​ໂຮງຮຽນ ​ແລະ ​ໂຮງໝໍ. ສະພາ​ມຽນມາ​ໄດ້​ອະນຸດ​ມັດກົດໝາຍ​ດັ່ງກ່າວ​ໃນ​ວັນ​ທີ 24 ພະ​ຈິກ​ແລ້ວ​ນີ້, ການ​ລົງ​ນາມ​ຂອງທ່ານ​ອູ​ເທັນ​ເຊັນ​ມີ​ຄວາມໝາຍ​ວ່າ​ກົດໝາຍມີ​ຜົນ​ບັງຄັບ​ໃຊ້​ແລ້ວ. ກ່ອນ​ໜ້າ​ນີ້, ມຽນມາ​ຫ້າມ​ບໍ່​ໃຫ້​ປະຊາຊົນ​ຈັດ​ຕັ້ງ​ການໂຮມ​ຊຸມ​ນົມ, ​ແຕ່ມາດ​ຕະການ​ໃໝ່​ແມ່ນ​ບາດກ້າວໜຶ່ງຂອງ​ມາດຕະການຕ່າງໆ​ໃນ​ການ​ປະຕິ​ຮູບ ​ທີ່ລັດຖະບານ​ມຽນມາສະ​ເໜີ​ອອກ​ໃນ​ຫວ່າງ​ມໍ່ໆ​ນີ້.

ແຕ່ເດືອນ​ຕຸລາ​ປີ​ນີ້​ເປັນ​ຕົ້ນ​ມາ, ມຽນມາ​ເຫັນ​ດີ​ໃຫ້ຈັດຕັ້ງສະຫະພັນ​ກຳ​ມະ​ບານ​​ແລະ​ຈັດການ​ນັດ​ຢຸດ​ງານ, ນີ້​ກໍ່​ແມ່ນ​ມຽນມາ​ອະນຸຍາດ​ໃຫ້​ນັດ​ຢຸດ​ງານ​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ປີ1962​​ເປັນ​ຕົ້ນມາ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ