ລັດຖະມົນຕີ​ການ​ຄ້າ​ຈີນ​ສະ​ເໜີ​ຂໍ້​ສະ​ເໜີ4ຂໍ້​ຕໍ່ການ​ລົງ​ເລິກ​ການ​ຮ່ວມ​ມື​ຈີນ-​ອາ​ເມ​ລິ​ກາ

(GMT+08:00) 2011-12-05 16:14:31     cri

ເມື່ອ​ບໍ່​ດົນ​ມາ, ​ໃນ​ເວລາ​ເຂົ້າ​ຮ່ວມງານ​ລ້ຽງ​ຂອບ​ໃຈທ້າຍ​ປີ2011ຂອງສະພາ​ອຸດ​ສາ​ມະ​ກຳ​ການ​ຄ້າ​ຈີນ-​ອາ​ເມ​ລິ​ກາ, ທ່ານ​ເສິນ​ເຕີ໋ໝີ​ງ ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ສອງ​ປະ​ເທດ​ຈີນ-​ອາ​ເມ​ລິ​ກາ​ມີຄວາມ​ຕ້ອງການ​ໃນການຮ່ວມ​ມື​ກັນ​ຢ່າງຫຼວງຫຼາຍ ​ແລະ ມີຊ່ອງ​ທາງ​ການຕະຫຼາດ​ອັນ​ກວ້າງຂວາງ. ​ຫວັງ​ວ່າ​ສອງ​ຝ່າຍຈະ​ເລັງ​ໃສ່​ອະນາຄົດ, ມີ​ແນວ​ຄິດປະດິດ​ສ້າງ​ແນວ​ຄິດ, ​​ເພື່ອ​ເພິ່ມທະວີ​ການ​ຮ່ວມ​ມື, ພ້ອມ​ກັນ​ສະ​ແຫວ​ງຫາ​ການ​ພັດທະນາ. ທ່ານ​ຍັງ​ສະ​ເໜີ​ຂໍ້​ສະ​ເໜີ 4 ຂໍ້​ຕໍ່​ການ​ຮ່ວມ​ມື​ຈີນ-​ອາ​ເມ​ລິ​ກາ.

ອີງ​ຕາມ​ເນື້ອ​ໃນ​ເວັບ​ໄຊ​ທາງ​ການ​ຂອງ​ກະຊວງ​ການຄ້າ​ຈີນ​ທີ່​ປະກາດ​ໃນ​ວັນ​ທີ 4 ທັນວາ​ນີ້, ຂໍ້​ສະ​ເໜີ 4 ຂໍ້​ຂອງ​ທ່ານ​ເສີນເຕີ໋ໝີ​ງແມ່ນ: ​ເປີດກວ້າງ​ການ​ສົ່ງ​ອອກ​ຂອງ​ອາ​ເມ​ລິ​ກາ​ຕໍ່​ຈີນ, ​ເປີດ​ກວ້າງ​ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ,ບຸກ​ເບີກ​ໃນຂົງ​ເຂດ​ການ​ຮ່ວມ​ມື​ໃໝ່, ​ເພິ່ມທະວີ​ການ​ຮ່ວມ​ມື​​ໃນ​ດ້ານກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ.

ທ່ານ​ເສີນຕີ໋ໝີ​ງກ່າວ​ເນັ້ນ​ວ່າ, ການ​ຄ້າຈີນ-​ອາ​ເມ​ລິ​ກາ​ບໍ່​ດຸນດຽງ​ກັນ​ແມ່ນມີ​ລັກ​ນະ​ນະ​ອົງ​ປະກອບ. ການ​ທີ່​ແກ້​ໄຂ​ບັນຫາ​ຂໍ​ກະ​ແຈບໍ່​ແມ່ນຈຳກັດ​ການ​ນຳ​ເຂົ້າ​ຜະລິດ​ຕະພັນ​ສິນຄ້າຈາກ​ຈີນ​, ຫາກ​ແມ່ນ​ຜ່ອນຍານ​ຕໍ່ການ​ຄວບ​ຄຸມ​ການ​ສົ່ງ​ອອກ​ຕໍ່​ຈີນ, ​ເປີດ​ກວ້າງ​ໃຫ້​ອາ​ເມ​ລິ​ກາ​​ສົ່ງ​ອອກ​ຜະລິດ​ຕະພັນ​​ທາງ​ດ້ານ​ເຕັກນິກ​ເທັກ​ໂນ​ໂລ​ຊີ​ສູງທີ່​ມີ​ທ່າ​ແຮງ​ແຂ່ງຂັນຕໍ່​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ