ຈີນຈະ​ຮ່ວມມື​ກັບປະ​ເທດ​ທີ່​ພວມ​ພັດທະນາ​ໃນ ​4 ດ້ານ ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​

(GMT+08:00) 2011-12-06 10:55:43     cri
ວັນ​ທີ 5 ທັນວາ​ນີ້​,​ໃນ​ກອງ​ປະຊຸມຫົວ​ຂໍ້"ປະ​ເທດ​ຈີ​ນ"​​ໃນການ​ຮ່ວມ​ມື​ໃຕ້-​ໃຕ້​​ເພື່ອຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດທີ່​ຈັດ​ຂຶ້ນຢູ່​ທີ່ນະຄອນ​ເດີ​ບານ​ຂອງ​ປະ​ເທດ​ອາ​ຟຼິກາ​ໃຕ້,ທ່ານເຊ້ຍ​ເຈິ້ນ​ຮວາ,ຫົວຫນ້າ​ຄະນະ​ຜູ່​ແທນ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​​​ຄັ້ງ​ນີ້​ກ່າວ​ວ່າ,​ໃນ​ຕໍ່ຫນ້າ​ນີ້,ລັດຖະບານ​ຈີນ​ຈະ​ລົງ​​ເລິກ​ຮ່ວມມື​ກັບປະ​ເທດ​ທີ່​ພວມ​ພັດທະນາ​ໃນ4 ດ້ານເພື່ອ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ໃນ4ດ້ານ​ນີ້​ລວມມີການກໍ່​ສ້າງໂຄງການ​ພື້ນຖານ​ໂຄງ​ລ່າງທີ່ສອດ​ຄ່ອງ​ກັບ​​​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ;ການ​ເຜີ​ຍ​ແຜ່​ເຕັກນິກ​ທີ່ສອດຄ່ອງກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ;ການ​ເຜີຍ​​ແຜ່​ແລະ​ນຳ​ໃຊ້​​ເຕັກນິກ​ຂອງ​ຜະລິດ​ຕະພັນ​ທີ່​ປະ​ຢັດ​ພະລັງງານ​ແລະ​ພະລັງງານຫມູນວຽນ​ພ້ອມ​ດ້ວຍການ ດຳ​ເນີນໂຄງການ​ສ້າງ​ຄວາມ​ສາມາດ​ສຳລັບ​ຄວາມ​ຕ້ອງການ​ຂອງປະ​ເທດ​ທີ່​ພວມ​ພັດທະນາ​.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ເຊ້ຍ​ເຈິ້ນ​ຮວາ​ຍັງ​ຊີ້​ອອກ​ວ່າ,​ໃນ​ເວລາ​ສຳ​ເລັດການ​ປະຕິບັດຄຳ​ຫມັ້ນ​ສັນຍາ​​ໄລຍະ​ທີ​ຫນຶ່ງ​ຂອງ​ອະນຸ​ສັນຍາ​ກຽວ​ໂຕ, ຄວນ​ປະ​ເມີນ​ສະພາບ​ການ​ປະຕິບັດ​ຕາມ​ຄຳ​ຫມັ້ນສັນຍາ​ຂອງ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ໃນ​ການຫຼຸດການລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ຫນ້ອຍ​ລົງ​. ບົນ​ພື້ນຖານ​ທີ່​ຈັດ​ຕັ້ງ​ປະຕິບັດ​ສັນຍາ​ທີ່​ມີການ​ຜູກ​ມັດ​ດ້ານ​ກົດຫມາຍ,ປຶກສາ​ຫາລື​ການ​ກະທຳ​ທີ່​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຫຼັງຈາກ​ປີ2020.ບົນ​ພື້ນຖານ​ການ​ປະ​ເມີນ​ຕາມຫຼັກ​ວິທະຍາສາດ, ຕົກລົງ​​ເຊັນ​ສັນຍາ​ກ່ຽວ​ກັບ​ການຫຼຸດການລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ຫນ້ອຍ​ລົງ​ຫຼັງ​​ປີ2020​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ