ໃນ5​ປີ​ຕໍ່ໜ້າ,ຈີນ​ຈະ​ສົ່ງ​ດາວ​ທຽມ100​ກວ່າ​ໜ່ວຍ​ຂຶ້ນ​ສູ່​ອະວະກາດ

(GMT+08:00) 2011-12-06 16:04:57     cri
ກຸ່ມ​ບໍລິສັດ​ເຕັກ​ໂນ​ໂລ​ຊີ​ການບິນ​ອະວະກາດ​ຈີນ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ທີ6​ທັນວາ​ນີ້​ວ່າ,​ໃນ​ໄລຍະປະຕິບັດ​ແຜນການພັດທະນາ​ເສດ​ຖະ​ກິດ​ສັງ​ຄົມ​5​ປີ​ຄັ້ງ​ທີ​12​ແຕ່​ປີ​2011​ຫາ​2015,​ກຸ່ມ​ບໍ​ລິ​ສັດ​ນີ້​ຈະ​ສົ່ງ​ດາວ​ທຽມ​ຫຼື​ຍານ​ອະ​ວະ​ກາດ​ແລະ​ຍານ​ສຳ​ຫຼວດ​ອະ​ວະ​ກາດ​ຢ່າງ​ໜ້ອຍ​100​ໜ່ວຍ​ຂຶ້ນ​ສູ່​ອະວະກາດ,​ໃນ​ນັ້ນ,ສ່ວນ​ຫຼາຍ​ແມ່ນ​ຈີນ​ເປັນ​ຜູ່​ຜະ​ລິດ​ແລະ​ນຳ​ໃຊ້​ເອງ,​ສ່ວນ​ທີ່​ເຫຼືອ​ນັ້ນ​ແມ່ນ​ຈະ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫຼາດ​ສາ​ກົນ.

ນັບ​ແຕ່​ສົ່ງ​ດາວ​ທຽມ"ອາຊີ​ເລກ1"ທີ່​ຄົ້ນຄວ້າ​ຜະລິດ​ໂດຍ​ບໍລິ​ສັດHughsອາ​ເມ​ລິ​ກາ​ເມື່ອ​ປີ1990​ມາ​ຮອດ​ປະຈຸ​ບັນ,ຈີນ​ໄດ້​ໃຊ້​ຈະ​ຫຼວດສົ່ງ​ຍານ"ສາງ​ເຈິ່ງ"7​ແບບ​​ໃນການ​ສົ່ງ​ດາວ​ທຽມ​​ເພື່ອ​ຈຸດປະສົງ​ທາງ​ທຸລະ​ກິດ​ໃນ​ສາກົນຂຶ້ນ​ສູ່​ອະວະກາດ30​ເທື່ອ,​ໄດ້​ສົ່ງ​ດາວ​ທຽມ36​ໜ່ວຍ​ເພື່ອ14​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ,​ແລະ​ສຳ​ເລັດ​ໜ້າ​ທີ່​ການ​ໃຫ້​ບໍລິການ​ສົ່ງ​ຍານຂຶ້ນ​ສູ່​ອະວະກາດ6​ເທື່ອ.

ໃນ​ຂະນະ​ທີ່​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ອະວະກາດ​ນັ້ນ,ຈີນ​ຍັງ​ໄດ້​ເຊັນ​ສັນ​ຍາ​ສົ່ງ​ອອກ​ດາວ​ທຽມ​ກັບ​ຫຼາຍ​ປະ​ເທດ​ເຊັ່ນ​ປາ​ກີ​ສະ​ຖານ​ແລະ​ລາວ,​ສົ່ງ​ອອກ​ອຸ​ປະ​ກອບ​ທົດ​ລອງ​ການ​ບິນ​ອະ​ວະ​ກາດ​ໃຫ້​ຣັດ​ເຊຍ​ແລະ​ໃຫ້​ການ​ບໍ​ລິ​ການ​ຝຶກ​ອົບ​ຮົມ​ເຕັກ​ນິກ​ແກ່​ນີ​ເຊ​ຣີ,​ປາ​ກີ​ສະ​ຖານ​ແລະ​ປະ​ເທດ​ອື່ນໆ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ