ປະ​ເທດEUມີ​ຄວາມ​ເຫັນ​ຂັດ​ແຍ່ງ​ກັນ​ຕໍ່​ຂໍ້​ສະ​ເໜີ​ຂອງ​ຝະ​ຣັ່ງ​ແລະ​ເຢຍ​ລະ​ມັນ​ໃນ​ການ​ດັດ​ແກ້​ສົນ​ທິ​ສັນ​ຍາ​ສະ​ຫະ​ພາບ​ເອີ​ລົບ

(GMT+08:00) 2011-12-06 16:18:09     cri

ພາຍຫຼັງ​ທ່ານ​ນີ​ໂຄ​ລັສ ຊາ​ໂກ​ຊີ ປະທານາ​ທິບໍດີ​ຝະຣັ່ງ​ແລະ​ທ່ານ​ນາງ​​ແອ​ງ​ເຈີ​ລາ ​ເມີ​​ເຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ​ໄດ້​ພົບ​ປະ​ປຶກສາ​ຫາລືກັນ​ໃນ​ວັນ​ທີ5​ທັນວາ​ນີ້​ຢູ່​ນະຄອນຫຼວງ​ປາຣີຂອງ​ຝະຣັ່ງ​ແລ້ວ,​ທັງ​ສອງ​ທ່ານ​ປະກາດ​ວ່າ,ຝະຣັ່ງ​ແລະ​ເຢຍລະ​ມັນ​ຈະ​ຍື່ນ​ຂໍ້​ສະ​ເໜີ​ຮ່ວມ​ກ່ຽວ​ກັບ​ການ​ດັດ​ແກ້​ສົນທິສັນຍາ​ສະຫະ​ພາບ​ເອີ​ລົບຫຼືEU​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ງວດ​ລະບຽບ​ວິ​ໄນ​ດ້ານ​ການ​ເງິ​ນ,ຮັບ​ມື​ກັບ​ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ​ທີ່​ແຜ່​ລາມ​ຢ່າງ​ຮ້າຍ​ແຮງ​ຢູ່​ເຂດ​ໃຊ້​ເງິນ​​ເອີ​ໂຣ.​ເຖິງ​ວ່າ​ເນື້ອ​ໃນ​ການ​ດັດ​ແກ້​ຍັງ​ບໍ່​ຮູ້​ແຈ້ງ​ເທື່ອ​ກໍ່​ຕາມ,​ແຕ່​ພາຍ​ໃນ​ສະ​ຫະ​ພາບ​ເອີ​ລົບ​ໄດ້​ມີ​ຄວາມ​ເຫັນ​ທີ່​ຂັດ​ແຍ່ງ​ກັນ​ຕໍ່​ການ​ກະທຳ​ຫຼ້າ​ສຸດ​ຂອງ​ຝະຣັ່ງ​ແລະ​ເຢຍລະ​ມັນ.

ແຟງ​ລັງ​ແລະ​ດານ​ມາກ​ເຫັນ​ດີ​ນຳ​ຂໍ້​ສະ​ເໜີ​ຂອງ​ທ່ານ​ຊາ​ໂກ​ຊີ​ແລະ​ທ່ານ​ເມີ​ເຄວ.​ໂອ​ຕຼີສ​ເຖິງ​ວ່າ​ເຫັນ​ດີ​ນຳ​ການ​ດັດ​ແກ້​ສົນທິສັນຍາ​ກໍ່ຕາມ,​ແຕ່​ຍັງ​ເຫັນ​ວ່າພາຍ​ໃນ​ໄລຍະ​ເວລາ​ສັ້ນໆ,ການ​ດັດ​ແກ້​ສົນທິສັນຍາ​ສະຫະພາບ​ເອີ​ລົບຈະ​ບໍ່​ມີຜົນ​ດີປານ​ໃດ​ຕໍ່​ການ​ແກ້​ໄຂ​ວິ​ກິດ​ການ​ໜີ້​ສິນຂອງ​ສະຫະພາບ​ເອີ​ລົບ.


ຢູ່​ເຂດ​ໃຊ້​ເງິນ​​ເອີ​ໂຣກໍ່​ມີ​ບາງ​ປະ​ເທດ​ບໍ່​ເຫັນ​ດີ​ນຳ​ການ​ດັດ​ແກ້​ສົນທິສັນຍາ​ສະຫະພ​າບ​ເອີ​ລົບ.ນາຍົກລັດຖະມົນຕີຊູ​ແອັດ​ກໍ່​ກ່າວ​ວ່າ​ຫວັງ​ຢາກ​ແກ້​ໄຂ​ວິ​ກິດ​ການ​ໜີ້​ສິນ​ສະຫະພາບ​ເອີ​ລົບ​ພາຍ​ໃຕ້​ກໍ​ລະ​ນີທີ່​ບໍ່​ດັດ​ແກ້​ສົນທິສັນຍາ​ສະຫະພາບ​ເອີ​ລົບ.

ອີ​ຕາ​ລີ,​ໂປ​​ໂລ​ຍ​ແລະ​ປະ​ເທດ​ອື່ນໆ​ອີກ​ຈຳນວນ​ໜຶ່ງ​ເປັນ​ຫ່ວງ​ວ່າ,ຂໍ້​ສະ​ເໜີ​ທີ່​ໃຫ້​ດັດ​ແກ້​ສົນທິສັນຍາ​ສະຫະ​ພາບ​ເອີ​ລົບຍິ່ງ​ຈະ​ເຮັດ​ໃຫ້ຄວາມ​ຂັດ​ແຍ່ງ​ພາຍ​ໃນ​ສະຫະພາບ​ເອີ​ລົບຮຸນ​ແຮງ​ຂຶ້ນ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ