ຜູ້ນຳ​ຂອງ​ຝລັ່ງ​ແລະ​ເຢຍລະ​ມັນ​ຈະ​ຍື່ນ​ຂໍ້​ສະ​ເໜີ​ຮ່ວມ​ທີ່​ດັດ​ແກ້​ສົນທິ​ສັນຍາ​ສະຫະ​ພາບ​ເອີ​ລົບ

(GMT+08:00) 2011-12-06 11:19:39     cri
ວັນ​ທີ5ທັນວາ​ນີ້, ທ່ານ​ນີ​ໂຄ​ລັສ ຊາ​ໂຄ​ຊີ, ປະທານາທິບໍດີ​ຝລັ່ງ​ແລະ​ທ່ານນາງ​​ແອ​ງເຈີ​ລາ ​ເມີ​​ເຄວ, ນາຍົກລັດຖະມົນຕີ​ເຢຍລະ​ມັນ​ກ່າວ​ຢູ່​ປາຣີວ່າ,ຝລັ່ງ​ແລະ​ເຢຍລະ​ມັນ​ຈະ​ຍື່ນ​​​ຂໍ້​ສະ​ເໜີ​ຮ່ວມ​ທີ່​ດັດ​ແກ້ສົນທິ​ສັນຍາ​ສະຫະພາບ​ເອີ​ລົບ​​ໄປ​ຍັງ​ທ່ານ​ແຮັກ ມານ ວັນ​ ຣົມປຸຍ, ປະທານ​ສະຫະ​ພາບ​ເອີ​ລົບ​ກ່ອນ​ໄຂ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ເອີ​ລົບ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ອາທິດ​ນີ້,​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ໜີ້​ສິນສາທາລະນະ​ຂອງ​ເອີ​ລົບ​ໂດຍ​ຜ່ານ​ຊ່ອງ​ທາງທີ່​ເພີ່ມ​ທະວີ​ກົດ​ລະບຽບ​ດ້ານ​ການ​ເງິນ​ຂອງ​ສະຫະພາບ​ເອີ​ລົບ.

​ມື້​ດຽວ​ກັນ, ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ການ​ເຈະລຈາ, ທ່ານ​ນີ​ໂຄ​ລັສ ຊາ​ໂຄ​ຊີ​ແລະ​ທ່ານ​ນາງ​ແອ​ງ​ເຈີ​ລາ ​ເມີ​ເຄວກ່າວວ່າ,​ຈະ​ສົ່ງ​ຈົດໝາຍ​ໄປ​ຍັງ​ທ່ານ​ແຮັກ​ມານ ວັນ ຣົມປຸຍ​ໃນ​ວັນ​ທີ7ທັນວາ​ນີ້,​​ເພື່ອ​ແຈ້ງ​ຂໍ້​ສະ​ເໜີ​ທີ່​ລະອຽດ​ກ່ຽວ​ກັບ​ການ​ດັດ​ແກ້ສົນທິ​ສັນຍາ​ສະຫະພາບ​ເອີ​ລົບ. ຝລັ່ງ​ແລະ​ເຢຍລະ​ມັນ​ຫວັງ​ໃຫ້​27ປະ​ເທດ​ສະມາຊິກສະຫະພາບ​ເອີ​ລົບ​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ໂດຍ​ໄວ​ເທົ່າ​ທີ່​​ໄວ​ໄດ້​ກ່ຽວ​ກັບ​ການ​ດັດ​ແກ້ສົນທິ​ສັນຍາ​ສະບັບ​ດັ່ງກ່າວ,ຢ່າງ​ໜ້ອຍຄວນ​ມີ17ປະ​ເທດ​ສະມາຊິກ​ຂອງ​ເຂດ​ໃຊ້​​ເງິນ​ເອີ​ໂຣ​ເຊັນ​ສັນຍາ​ຮ່ວມກັນ​ກ່ອນ​ເດືອນ​ມີນາ​ປີ2012ກ່ຽວ​ກັບ​ເລື່ອງ​ນີ້,​ແລະ​​ແຈ້ງ​ໃຫ້​ປະ​ເທດ​ສະມາຊິກ​ອື່ນ​ຂອງ​ສະຫະ​ພາບ​ເອີ​ລົບ,ດຶງ​ດູດ​ເອົາຫຼາຍ​ປະ​ເທດ​ໃນ​ສະຫະພາບ​ເອີ​ລົບທີ່​ມີ​ຄວາມ​ປາຖະໜາ​ເຂົ້າ​ເປັນ​ສະມາຊິກ​ໃນ​ເຂດ​ໃຊ້​ເງິນ​ເອີ​ໂຣ.

ມື້​ດຽວ​ກັນ,ຜູ້ນຳ​ຂອງ​ສອງ​ປະ​ເທດ​ຝລັ່ງ​ແລະ​ເຢຍລະ​ມັນຍັງ​ໄດ້​ຖະ​ແຫຼ​ງຂ່າວ​ຮ່ວມ​ວ່າ,ຝລັ່ງ​ແລະ​ເຢຍລະ​ມັນ​ໄດ້​ເຫັນ​ຂ່າວ​ທີ່​ອົງການ​ປະ​ເມີນ​ຜົນ​ສາກົນ​ໄດ້​ປະ​ເມີນ​ຄວາມ​ໜ້າ​ເຊື່ອ​ຖື​ຕໍ່​ໜີ້​ສິນ​ສາທາລະນະ​ຂອງ​ຫຼາຍ​ປະ​ເທດ​ໃນ​ເຂດ​ໃຊ້​ເງິນ​ເອີ​ໂຣຕາ​ມມາດຕະຖານຂອງStandard Poors​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ການ​ປະ​ເມີນ​ຜົນ​ໄປ "ທາງ​ລົບ​ໃນ​ການ​​ເບິ່ງ​ອະນາຄົດ". ​ແຈ້ງ​ການ​ກ່າວ​ວ່າ,ຝລັ່ງ​ແລະ​ເຢຍລະ​ມັນ​ຈະ​ຮ່ວມ​ກັບປະ​ເທດ​ສະມາຊິກ​ອື່ນໆ​ໃນ​ເຂດ​ໃຊ້​ເງິນ​ເອີ​ໂຣແລະ​ອົງການ​ຂອງ​ສະຫະພາບ​ເອີ​ລົບ,​ໃຊ້​ມາດ​ຕະການ​ທີ່​ຈຳ​ເປັນ​ຕ່າງໆ,​ເພື່ອ​ຮັບປະກັນ​ຄວາມ​ໝັ້ນ​ຄົງຂອງ​ເຂດ​ໃຊ້​ເງິນ​ເອີ​ໂຣ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ