ອະນາຄົດ​ໃນການ​ໃຊ້​ເງິນຕາສະກຸນ​ດຽວ​ຂອງ​ອາ​ຊຽນມີ​ຄື​ແນວ​ໃດ?

(GMT+08:00) 2011-12-06 15:04:28     cri
ການ​ບັນລຸ​​ເປົ້າ​ໝາຍການ​ໃຊ້​ເງິນຕາສະກຸນ​ດຽວພາຍ​ໃນ​ພາກ​ພື້ນ​ອາ​ຊຽນ,​ແມ່ນ​ຄວາມ​​ໃຝ່ຝັນ​ທີ່​ບຸກຄົນ​​ໃນ​ວົງ​ການ​ການ​ເງິນ​ແລະ​ວົງ​ການ​​ເສດຖະກິດ​ການ​ຄ້າ​ຂອງ​ອາ​ຊຽນມີ​ຄວາມສະ​ແຫວ​ງຫາມາ​​ໂດຍ​ຕະຫຼອດ. ​ໃນ​ຫຼາຍ​ປີຜ່ານມາ,ອົງ​ການ​ຄົ້ນຄວ້າ​ແລະ​ພາກສ່ວນລັດຖະບານ​ຂອງ​ບັນດາ​ປະ​ເທ​ດອາ​ຊຽນບໍ່​ເຄີຍ​ໄດ້​ປະ​ຖິ້ມ​ຫົວ​ຂໍ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ນີ້​ຈັກ​ເທື່ອ. ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຊຸມ​ປີຜ່ານມາ​ນີ້ ​ເສດຖະກິດ​ຟື້ນ​ຕົວ​ຂຶ້ນ​ມີ​ທ່າ​ອ່ຽງທີ່​ເຂັ້ມ​ແຂງ,​ຍິ່ງ​ເຮັດ​ໃຫ້ສຽງຮຽກຮ້ອງ​​ໃຫ້​ມີ​ການສ້າງ​ລະບົບ​ເງິນຕາສະກຸນດຽວ​ຂອງ​ອາ​ຊຽນ​ໂດຍ​ໄວ​ນັບ​ມື້​ນັບ​ເພີ່ມຂຶ້ນ​ຕື່ມ​ອີກ. ​ໃນ​ການ​ສຳ​ມະ​ນາ​ກ່ຽວ​ກັບ​ເສດຖະກິດ​ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງຈາກ​ກາ​ຕາຂອງ​ອິນ​ໂດ​ເນ​ເຊຍ​ໃນ​ຫວ່າງ​ມໍ່ໆ​​ນີ້,ບັນຫາ​​ກ່ຽວ​ກັບການ​ໃຊ້​ເງິນຕາສະກຸນ​ດຽວຂອງ​ອາ​ຊຽນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງຂວາງອີກ​ເທື່ອ​ໜຶ່ງ.

ປະຈຸ​ບັນ​ນີ້,ຄວາມ​ເຫັນ​ກ່ຽວ​ກັບບັນຫາ​ການ​ໃຊ້​ເງິນຕາສະກຸນ​ດຽວ,ອາ​ຊຽນ​​ໄດ້​ແບ່ງ​ເປັນ2​ພາກສ່ວນ​ຄື​: ພາກສ່ວນ​ທີ່​ສະໜັບສະໜູນ​ແລະ​ພາກສ່ວນ​ທີ່​ປະຕິ​ເສດ. ຜູ້​ສະໜັບ​ສະ​ໜູນ​ເຫັນ​ວ່າ,ຄຽງ​ຄູ່​ກັບ​ເສດຖະກິດ​ພາກ​ພື້ນ​ເຊື່ອມ​​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ໄດ້​ພັດທະນາ​ເຂົ້າ​ສູ່​ລວງ​ເລິກ,ການ​ຕິດຕໍ່ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ພາຍ​ໃນ​ອາ​ຊຽນນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ​ຕື່ມ, ຂົງ​ເຂດ​ການ​ຮ່ວມ​ມື​ນັບ​ມື້​ນັບ​ກວ້າງ​ຂວາງກວ່າ​ເກົ່າ,ການ​​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ​ຍິ່ງ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ. ການ​ບັນລຸ​ການ​ໃຊ້​ເງິນຕາ​ສະກຸນດຽວ​ພາຍ​ໃນ​ອາ​ຊຽນ,ມີ​ຜົນ​ດີ​ຕໍ່​ການ​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ​ການ​ຄ້າ​ສອງ​ຝ່າຍ,​ຫຼາຍ​ຝ່າຍ,​ການ​ໄປມາຫາສູ່​ກັນ​ລະຫວ່າງ​ຜູ້​ຄົນ,​ແລະ​ທັງ​ເປັນ​ການຫຼຸດ​ຕົ້ນ​ທຶນ​​ໃນ​ການ​ເຮັດ​ວຽກ​ຂອງ​ອົງການ​ແລະ​ພາກສ່ວນ​ຂອງ​ລັດຖະບານ​​ເຊັ່ນ: ທະນາຄານ,ດ່ານ​ພາສີ​ເປັນ​ຕົ້ນ,ຊຸກຍູ້​ການຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ. ພ້ອມ​ກັນ​ນັ້ນ,​ເງິ​ນຕາສະກຸນ​ດຽວ​ກໍ່​ສາມາດ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ຕ້ານ​ຄວາມ​ສ່ຽງ​​ໂດຍ​ລວມຂອງ​ບັນດາ​ປະ​ເທດ​ອາ​ຊຽນ. ​ໂດຍສະ​ເພາະ​ແມ່ນ​ຫຼັງຈາກ​ປະຊາ​ຄົມ​ອາ​ຊຽນສ້າງ​ຕັ້ງຂຶ້ນ​ໃນ​ປີ2015​ແລ້ວ,​ໃນ​ດ້ານ​ການ​ຕິດ​ຕໍ່​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ຕໍ່​ພາຍ​ນອກ,​ເງິນຕາ​ສະກຸນດຽວ​ອາດ​ຈະ​ຍົກ​ສູງ​ຖານະ​ເສດຖະກິດ​​ໂດຍລວມຂອງ​ອາ​ຊຽນຂຶ້ນ​ຮອດ​ລະດັບ​ສູງ​ຄັ້ງ​ໃໝ່.

​ແຕ່​ຜູ້​ປະຕິ​ເສດ​ພັດ​ເຫັນ​ວ່າ,ການ​ສ້າງ​ລະບົບ​ເງິນຕາສະກຸນ​ດຽວ​ແມ່ນ​ໂຄງການ​ລະບົບ​ທີ່​​ໃຫຍ່​ຫຼວງ​ແຫ່ງ​ໜຶ່ງ,ຢ່າງ​ໜ້ອຍ​ຕ້ອງ​ມີ​ການ​ຄ້ຳ​ຊູ​ຂອງ2​ປັດ​ໄຈພື້ນຖານ: ໜຶ່ງ​ ​ມີ​ທ່າ​ແຮງຕົວ​ຈິງ​ທາງ​ເສດຖະກິດ​ລວມທີ່​​​ເຂັ້ມ​ແຂງ; ສອງບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ລະບົບ​ເງິນຕາສະກຸນ​ດຽວລ້ວນ​ແຕ່​ຄວນ​ກ້າວ​ຂຶ້ນ​ຮອດ​ມາດຕະຖານ​ຫຼື​ລະດັບ​ຢ່າງ​​ເປັນ​ເອກະສັນ​ກັນ​ໃນ​ຂົງ​ເຂດ​ເສດຖະກິດທັງ​ໝົດ​ແລະ​ຂົງ​ເຂດ​ອື່ນທີ່​ກ່ຽວຂ້ອງ. ​ແຕ່​​ໃນ​ປະຈຸ​ບັນ, ຢູ່​ໃນອາ​ຊຽນຍັງ​ມີ​ຄວາມ​ຫຼຸດ​ໂຕນ​ກັນຢ່າງ​ຫຼວງ​ຫຼາຍໃນ2ດ້ານ​ດັ່ງກ່າວນີ້. ນອກ​ນີ້,ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ​ທີ່​ຮ້າຍ​ແຮງ​ຂຶ້ນ​ຢ່າງ​ສືບ​ເນື່ອງ​ຂອງ​ເຂດ​ໃຊ້​ເງິນ​ເອີ​​ໂຣກໍ່​ໄດ້​ກາຍ​ເປັນ​ບົດຮຽນ​ທາງ​ລົບ.

ສະ​ນັ້ນ,ຜູ້​ຊ່ຽວຊານ​ເຫັນ​ວ່າ,ບໍ່​ວ່າ​ເບິ່ງ​ຈາກ​ຄວາມ​ຕ້ອງການ​ທາ​ງພາວະ​ວິ​ໄສ​ຫຼື​ວ່າ​ເງື່ອນ​ໄຂ​ທາງອັດຕະວິ​ໄສ,ປະຈຸ​ບັນ, ການ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງ​ລະບົບ​ເງິນຕາສະກຸນ​ດຽວ​ຂອງ​ອາ​ຊຽນຍັງ​ບໍ່​​ເຖິງເວລາ​ເທື່ອ. ​ໂດຍ​ປະ​ເຊີນ​ໜ້າ​ສະພາບ​ການ​ເສດຖະກິດ​ທີ່​ມີ​ການ​ປ່ຽນ​ແປງຢ່າງ​ຫຼວງ​ຫຼາຍ​ໃນ​ໂລກ​ປະຈຸ​ບັນ,ຢູ່​ຕໍ່ໜ້າ​ເປົ້າ​ໝາຍ​ທີ່​ຍິ່ງ​ໃຫຍ່​ທີ່​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ2015,ບັນດາ​ປະ​ເທດ​ອາ​ຊຽນຍັງ​ຕ້ອງ​ພະຍາ​ຍາມ​ເຮັດ​ສຳ​ເລັດ​ໜ້າ​ທີ່​ທີ່​ສຳຄັນ​ແລະຮີບ​ດ່ວນ​ຫຼາຍ​ຢ່າງ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ