ອາສາ​ສະໝັກ​ໃນບາງ​ເຂດ​ຂອງ​ຈີນລະ​ລຶກວັນ​ອາສາ​ສະໝັກ​ສາກົນ

(GMT+08:00) 2011-12-06 15:45:19     cri

ວັນ​ທີ5​ທັນວາ​ນີ້, ​ແມ່ນ​ວັນ​ອາສາ​ສະໝັກ​ສາກົນ​ຄົບຮອບ26ປີ, ອາສາ​ສະໝັກ​ໃນ​ບາງ​ເຂດ​ຂອງ​ຈີນ​ໄດ້ສະ​ແດງ​ນໍ້າ​ໃຈ​ບໍ​ລິ​ການ​ແບບສະໝັກ​ໃຈ​ດ້ວຍ​ການ​ກະທໍາ​ຕົວ​ຈິງ, ​ເພື່ອ​ລະ​ລຶກວັນ​ອາສາ​ສະໝັກ​ໃນ​ທົ່ວ​ໂລກ.

ຢູ່​ເມືອງ​ອູ​ຮ້ານ​ແຂວງ​ຫູ​ເປີ​ຍທີ່ຢູ່​ພາກ​ກາງ​ຂອງ​ຈີນ, ອາສາ​ສະໝັກ​ຈໍານວນຫລາຍ​ໄດ້​ດໍາ​ເນີນ​ການ​ບໍລິການ​ແບບ​ສະໝັກ​ໃຈ​ຢູ່​ເຂດຊຸມ​ຊົນ​ເຊັ່ນ,ການ​ປິ່ນປົວ​ພະຍາດ​ແລະ​ຮັກສາ​ສຸຂະພາບ,ການສ້ອມ​ແປງ​ເຄື່ອງ​ໃຊ້​ໄຟຟ້າ​ໃນ​ເຮືອນ,ການ​ຕິດຕາມ​ກວດກາ​ສະພາບມົນ​ລະ​ພິດ​ທາງ​ອາກາດ​ໃນ​ເຮືອນ, ການ​ໂຄສະນາ​ຄວາມ​ປອດ​ໄພ​ທາງ​ອາຫານ​ແລະ​ອື່ນໆ.ຢູ່​ແຂວງ​ກຸ້ຍ​ໂຈວ​ທີ່​ຢູ່​ພາ​ກຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ມີ​ອາສາ​ສະໝັກ​​ເກືອບ1​ແສນຄົນ​ໄປ​ໃຫ້ການ​ບໍລິການ​ຢູ່​ເຮືອນ​ພັກ​ຄົນ​ຊະລາ, ​ໂຮງ​ຮຽນ​ຂອງ​ລູກ​ຊາວ​ກະສິ​ກອນ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ເປັນ​ຕົ້ນ, ​ເພື່ອ​ໃຫ້​ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ຈິດໃຈ, ການ​ປະ​ກອບວິ​ຊາ​ອາ​ຊີບ,ການ​ສິດ​ສອນ​ແລະ​ອື່ນໆ​ໃຫ້​ແກ່​ຜູ້​ອາຍຸ​ສູງ​ທີ່​ບໍ່​ມີ​ລູກ​ຫລານ​ຢູ່​ນໍາ, ຄົນ​ພິການ, ​ເດັກ​ນ້ອຍ​ທີ່​ພໍ່​ແມ່​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ເມືອງ​ຕ່າງ​ແຂວງ​ແລະ​ປະຊາຊົນ​ໃນ​ເຂດ​ຊຸມ​ຊົນ. ນອກ​ນີ້, ​ນະຄອນ​ກວາງໂຈ​ວ​ແຂວງ​ກວາງ​ຕຸ້ງ​ໄດ້​ອອກ​ນະ​​ໂຍບາຍ​ດ້ານ​ການ​ພັດທະນາ​ວຽກ​ງານ​ບໍລິການ​ແບບ​ສະໝັກ​ໃຈ, ພະຍາຍາມ​ຊຸກ​ຍູ້ໃຫ້​ມີ​ອາສາ​ສະໝັກ​ມາລົງທະບຽນ​ຫລາຍ​ກວ່າ2​ລ້ານ​ຄົນ​ພາຍ​ໃນ3​ຫລື5​ປີ.

ປະຈຸ​ບັນ, ຈີນ​ມີ​ອາສາ​ສະໝັກ​ຊາວ​ໜຸ່ມ​ທີ່​ໄດ້​ລົງທະບຽນ​ແລ້ວ33​ລ້ານ9​ແສນ2​ໝື່ນ​ຄົນ, ​ໄດ້​ສ້າງ​ສູນ​ບໍລິການ​ອາສາ​ສະໝັກ1​ແສນ7​ໝື່ນ5​ພັນ​ແຫ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ