ເຂດ​ທຸກຍາກທີ່​ສຸດ​ແມ່ນ​ໜ້າ​ທີ່​ສໍາຄັນ​ທີ່​ສຸດ​ໃນວຽກ​ງານ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃນ​ໄລຍະ​ໃໝ່

(GMT+08:00) 2011-12-06 16:09:06     cri

ຕາມ​ຂ່າວCRI:ວັນ​ທີ6​ທັນວາ​ນີ້, ທ່ານ​ຕູ້​ອິ່ງ,ຮອງ​ຫົວ​ໜ້າ​ຄະ​ນະ​ກໍາມະການ​ພັດ​ທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ​ເຂດ​ທຸກຍາກ​ທີ່​ສຸດແມ່ນ​ໜ້າ​ທີ່​ສໍາຄັນ​ທີ່ສຸດ​ໃນ​ວຽກ​ງານ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃນ​ໄລຍະ​ໃໝ່.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຈີນ​ໄດ້​ປະກາດ​"ໂຄງ​ຮ່າງ​ແຜນພັດ​ທະນາ​ແລະ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຊົນນະບົດ​ຈີນ"​ແຕ່​ປີ2011​ຫາ​ປີ2020, ​ໂດຍ​ໄດ້​ກໍານົດ​ໃຫ້14​ເຂດ​ທຸກ​ຍາກ​ທີ່​ສຸດ​ຂອງ​ຈີນ​ເປັນ​ໜ້າ​ທີ່​ສໍາຄັນ​ທີ່​ສຸດ​ໃນ​ວຽກ​ງານ​ຫລຸດຜ່ອນ​ຄວາມ​ທຸກຍາກ​ເປັນ​ເທື່ອ​ທໍາ​ອິດ, ​ຖື​ການ​ຊ່ວຍ​ເຫລືອ​ເຂດ​ທຸກ​ຍາກ​ທີ່​ສຸດ​ແກ້​ໄຂ​ບັນຫາການ​ຂາດ​ແຄນ​ສະບຽງ​ອາຫານ​ແລະ​ເຄື່ອງ​ນຸ່ງ​ເຮັດ​ໃຫ້​ປະຊາຊົນ​ໄດ້ກິນ​ອີ່ມ​ນຸ່ງ​ອຸ່ນ, ຫລຸດພົ້ນ​ອອກຈາກ​ຄວາມ​ທຸກຍາກ​ແລະ​ສ້າງ​ຄວາມ​ຮັ່ງມີ​​ໂດ​ຍ​ໄວ​​ເປັນ​ໜ້າ​ທີ່​ສໍາຄັນ​ທີ່​ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ