ປະຊາ​ຄົມ​ໂລກ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າຈະ​ສືບ​ຕໍ່​ຊ່ວຍ​ເຫລືອ​ອັຟກາ​ນີສະຖານ

(GMT+08:00) 2011-12-06 16:16:55     cri

ກອງ​ປະຊຸ​ມສາກົນ​ບັນ​ຫາ​ອັຟກາ​ນີສ​ະຖານ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ5​ທັນວາ​ນີ້​ຢູ່ນະຄອນ​ບອນ​ຂອງເຢຍ​ລະ​ມັນ​ໄດ້​ຮັບ​ຮອງ​ມະຕິສະ​ບັບ​ນຶ່ງ, ​ໃຫ້ຄໍາ​ໝັ້ນ​ສັນຍາ​ວ່າ,ພາຍຫລັງ​ທະຫານ​ຕ່າງປະ​ເທດ​ຖອນ​ອອກ​ຈາກ​ອັ​ຟກາ​ນີສະຖານ​ແລ້ວ, ປະ​ຊາ​ຄົມ​ໂລກ​ຈະ​ສືບ​ຕໍ່​ໃຫ້ຄວາມ​ຊ່ວຍເຫລືອ​ທາງທະຫານ​ແລະ​ເສດຖະກິດ​ໃຫ້​ແກ່​ອັ​ຟກາ​ນີສະຖານ, ​ເພື່ອ​ຮັບປະກັນ​ສະຖານະ​ການ​ໃນ​ອັ​ຟກາ​ນີ​ສະຖານມີ​ຄວາມ​ໝັ້ນຄົງ​ກ້າວໜ້າ.

ທ່ານ​ຢາງ​ເຈ​ຊື,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ແລະ​ກ່າວ​ຄໍາ​ປາ​ໄສ, ທ່ານ​ກ່າວ​ວ່າ, ຈີນ​ຈະ​ສືບ​ຕໍ່​ຊ່ວຍ​ເຫລືອ​ອັຟກາ​ນີສະຖານ​ສ້າງສາ​ຄືນ​ໃໝ່​​ໂດຍ​ສັນ​ຕິ​ດ້ວຍ​ການ​ກະທໍາ​ຕົວ​ຈິງ, ປະກອບສ່ວນ​ຕາມ​ຄວາມ​ເໝາະ​ສົມ​ເພື່ອ​ເຮັດ​ໃຫ້​ອັຟກາ​ນີສະຖານ​ບັນ​ລຸ​ເປົ້າ​ໝາຍ​ສັນຕິພາບ, ຄວາມ​ມີ​ສະຖຽນ​ລະ​ພາບ, ​ເອ​ກະ​ລາດ​ແລະ​ການ​ພັດ​ທະ​ນາຢ່າງ​ແທ້​ຈິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ