ຈີນ​ເຂົ້າ​ເປັນ​ສະມາຊິກ​WTO​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເປັນ​ຢ່າງ​ດີ

(GMT+08:00) 2011-12-06 16:58:23     cri

ເນື່ອງ​ໃນ​ໂອກາດ​ຈີນ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງການ​ການ​ຄ້າ​ໂລກ​ຫລືWTO, ​ໃນ​ເວ​ລາ​ໃຫ້​ສໍາພາດ​ຕໍ່​ນັກຂ່າວ, ທ່ານປັສການ ລາ​ມີ,ຜູ້​ອໍານວຍ​ການ​ໃຫຍ່WTOກ່າວ​ວ່າ, ຈີນ​ເຂົ້າ​ເປັນ​ສະມາຊິກWTO​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ການຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເປັນ​ຢ່າງ​ດີ.

ທ່ານ​ລາ​ມີ​ກ່າວ​ວ່າ, ການ​ທີ່​ຈີນ​ເຂົ້າ​ເປັນ​ສະ​ມາຊິກWTO,​ໄດ້​ເພີ່​ມ​ໂອກາດ​ໃຫ້​ວິ​ສາ​ຫະກິດ​ຈີນ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ລະບົບ​ການ​ຄ້າ​ໂລກ, ​ໄດ້​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ​ຈີນ. ພ້ອມ​ກັນ​ນີ້, ກໍ​ໄດ້​ສ້າງ​ໂອກາດ​ໃຫ້​ທຶນ​ຕ່າງປະ​ເທດ​ໄຫລ​ເຂົ້າ​ສູ່​ຈີນ, ​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່ການ​ລົງ​ທຶນ​ຕ່າງປະ​ເທດ​ເຂົ້າ​ສູ່​ຕະຫລາດ​ຈີນ. ຈີນ​ເຂົ້າ​ເປັນ​ສະມາ​ຊິກWTO,ກໍ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ອາ​ເມ​ລິ​ກາ,​ເອີ​ລົບ​ແລະ​ສະມາຊິກWTO​ອື່ນໆ.

ທ່ານ​ລາ​ມີ​ຍັງ​ກ່າວ​ວ່າ, ​ໃນ​ດ້ານ​ການ​ປະຕິບັດ​ຕາມ​ພັນທະ​ຂອງWTO, ຈີນ​ປະຕິ​ບັດ​ໄດ້​ດີ​ຫລາຍ, ​ແຕ່​ຍັງ​ບໍ່​ສົມບູນ​ແບບ​ເທື່ອ. ​ແຕ່​ທ່ານ​ເຫັນ​ວ່າ, ປະຈຸ​ບັນ, ຍັງ​ບໍ່​ມີ​ປະ​ເທດສະມາຊິກ​ໃດໆ​ສາມາດ​ເຮັດ​ໄດ້ຢ່າງ​ສົມບູນ​ແບບ​ເທື່ອ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ