ຊີຣີຫວັງ​​ເຊັນ​ສັນຍາ​ສົ່ງຄະນະຜູ່​ສັງ​ເກດ​ການ​ຂອງສັນນິບາດ​ອາ​ລັບ​ໃນ​ມໍ່ໆ​ນີ້​ແຕ່,ສັນນິບາດ​ກ່າວ​ວ່າ​ຈະ​ບໍ່​ຢຸດ​ການ​ລົງ​ໂທດ​ຍ້ອນ​​ເຫດຜົນນີ້

(GMT+08:00) 2011-12-06 16:12:41     cri

ວັນ​ທີ5 ທັນວາ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ຊີຣີກ່າວວ່າ, ປັດຈຸບັນ,ລັດຖະບານ​ຊີຣີພວມ​ເປິກສາ​ກັບ​ສັນນິບາດ​ອາ​ລັບ​ກ່ຽວ​ກັບ​ສັນຍາ​ທີ່​ສົ່ງ​ຄະນະ​ຜູ່ສັງ​ເກດ​ການ, ຝ່າຍ​ຊີຣີມີ"ທ່າ​ທີ​ອັນ​ຕັ້ງໜ້າ"ຕໍ່​ຄວາມຮຽກ​ຮ້ອງ​ຫຼ້າສຸດຂອງ​ສັນນິບາດ​ອາ​ລັບ,​ ​ແລະຫວັງ​ໃຫ້​ມີ​ການ​ເຊັນ​ສັນຍາ​ກ່ຽວຂ້ອງ​ໃນ​ມໍ່ໆ​ນີ້.​ແຕ່​ສັນນິບາດ​ກ່າວ​ວ່າ​ຈະ​ບໍ່​ຍົກ​​ເລີກການ​ລົງ​ໂທດຍ້ອນ​ຊີຣີ​ເຫັນ​ດີ​ເຊັນ​ສັນຍາ​ໃຫ້​ສົ່ງ​ຄະນະ​ຜູ່ສັງ​ເກດ​ການ​ເຂົ້າ​ໄປ​ໃນ​ຊີຣີ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ມື້​ດຽວ​ກັນ, ທ່ານ​ຈີ​ຮາດ ມາກ​ດາ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຊີຣີກ່າວ​ວ່າ, ຊີຣີຊົມ​ເຊີຍ​ສັນນິບາດ​ອາ​ລັບ​ທີ່​ຈະສົ່ງ​ຄະນະ​ຜູ່​ສັງ​ເກດ​ການມາ​ຕິດຕາມ​ສະພາບ​ການ​ໃນ​ຊີຣີ,​ແຕ່​ປັດຈຸບັນ,"​ເງື່ອນ​ໄຂ​ທີ່​ຈະເຊັນ​ສັນຍາ​ໃນ​ທັນທີ​ຍັງບໍ່​​ເຖິງ​ເວລາ​ເທື່ອ". ທ່ານ​ກ່າວ​ວ່າ, ຄວາມ​ເຫັນ​ປັບປຸງ​ທີ່​ຝ່າຍ​ຊີຣີສະ​ເໜີ​ອອກ​​ແມ່ນ​ເພື່ອຊ່ອຍ​ໃຫ້ຄະນະ​ຜູ່ສັງ​ເກດ​ການ​ສຳ​ເລັດ​ໜ້າ​ທີ່, ທັງ​ເປັນ​ການ​ຮັກສາ​ອະທິປະ​ໄຕ​ແລະ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ​ຊີຣີ, ຮັບປະກັນ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ພາຍ​ໃນ​ຂົງ​ເຂດອາ​ລັບ.

ທ່ານ​ນາ​ບີ​ວ ອາຣາບີ ​ເລຂາ​ທິການ​ໃຫຍ່​ອາລັບກ່າວ​ວ່າ, ​ໃນ​ຈົດໝາຍ​ທີ່​ຊີຣີສົ່ງ​ໃຫ້​ສັນນິບາດ​ອາ​ລັບນັ້ນ​ແມ່ນ​ຊີຣີເຫັນ​ດີ​ເຊັນ​ສັນຍາ​ໃນ​ການສົ່ງ​ຄະນະ​ຜູ່ສັງ​ເກດ​ການ​ຢ່າງ​ມີ​ເງື່ອນ​ໄຂ,​ ​ແຕ່ການ​ລົງ​ໂທດ​ຂອງ​ສັນນິບາດ​ອາ​ລັບຕໍ່​ຊີຣີຈະບໍ່​ຢຸດ​ຍ້ອນ​​ເຫດຜົນນີ້, ນອກຈາກຄະນະ​ກຳມະການ​ລະດັບ​ລັດຖະມົນຕີ​ສັນ​ນິບາດ​ອາ​ລັບຈະສະ​​ເໜີຫຼັກ​ໝັ້ນ​ອັນ​ໃໝ່​ໃນ​ຕໍ່ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ