IMFອະ​ນຸມັດ​ສະໜອງ​ການ​​ເງິນ​ກູ້ 22​00ລ້ານ​ເອີ​ໂຣ​ໃຫ້​ເກຼັກ

(GMT+08:00) 2011-12-06 16:13:35     cri

ວັນ​ທີ5 ທັນວາ​ນີ້, ອົງການກອງ​ທຶນສາກົນ(IMF)ປະກາດ​ວ່າ, ອີງ​ຕາມ​ແຜນການ​ຊ່ວຍ​ເຫຼືອ​ຂອງ IMF​ແລະ​ສະຫະພາບ​​ເອີ​ລົບ, ​ໄດ້ອະນຸມັດ​ສະໜອງ​ເງິນ​ກູ້2200ລ້ານ​ເອີ​ໂຣໃຫ້​ເກຼັກທີ່​ຕົກ​ຢູ່​ໃນ​ວິ​ກິດ​ການໜີ້​ສິນ​ສາທາລະນະ.

ອີງ​ຕາມ​ຖະ​ແຫຼ​ງການ​ທີ່IMF​ປະກາດ​,​ເງິນທຶນ​ນີ້​ແມ່ນ​ສ່ວນ​ໜຶ່ງ​ຂອງ​ແຜນການ​ຊ່ວຍເຫຼືອ​ເກຼັກທີ່IMF​​ແລະສະຫະພາບ​ເອີ​ລົບ​ໄດ້​ບັນລຸ​ຮ່ວມ​ກັນ.

ປີ​ກາຍ​ນີ້, IMF​ແລະ​ສະຫະພາບ​ເອີ​ລົບ​ໄດ້​ສຳ​ເລັດ​ແຜນການຊ່ວຍເຫຼືອ​ເກຼັກທີ່​ມີ​ຍອດ​ມູນ​ຄ່າ110ຕື້​ເອີ​ໂຣ, IMFນຳ​ອອກທຶນ30ຕື້​​ເອີ​ໂຣ​​ເຂົ້າໃນ​ແຜນການ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ