ລາວ​ຍິນ​ດີ​ກັບ​ຈີນ​ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ລັດສອງ​ກອງທັບ​ຂະຫຍາຍ​ຕົວ​ກ້າວໄປໜ້າ​ຕື່ມ​ອີກ

(GMT+08:00) 2011-12-06 11:28:49     cri
ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດຂອງສປປລາວ, ພົນ​ໂທ​ຊາຍ​ອິງ​ຖີງ ຮອງ​ເສນາ​ທິການ​ໃຫຍ່​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ໄປ​ຢ້ຽມຢາມ​ລາວ​ໃນ​ວັນ​ທີ5​ທັນວາ​ນີ້. ຕອນ​ບ່າຍ​ມື້​ດຽວ​ກັນ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ຊາຍ​ອີງ​ຖີງ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບພົນ​ໂທດວງ​ໃຈ ພິຈິດ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ແລະ​ພົນ​ຕີ​ສັນຍາ​ຮັກ ພົມວິຫານ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ.

​ໃນ​ການ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ, ພົນ​ໂທ​ດວງ​​ໃຈ​ ພິຈິດ​ກ່າວ​ວ່າ, ລາວ​ຂອບ​ໃຈ​ນຳ​ຈີນ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ແລະ​ຊ່ວຍ​ເຫຼືອ​ລາວ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ແລະ​ການ​ສ້າງສາ​ກອງທັບ​ປະຊາຊົນລາວ​ຕະຫຼອດ​ມາ. ພັກ, ລັດ​ແລະ​ກອງທັບປະຊາຊົນ​ລາວ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ການ​ຂະຫຍາຍ​ການ​ພົວພັນ​ກັບ​ຈີນ, ຍິນ​ດີ​ຮ່ວມ​ກັນພະຍາຍາມ​ກັບ​ຈີນ, ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ລັດສອງ​ກອງທັບ​ຂະຫຍາຍຕົວ​ກ້າວ​ໄປ​ໜ້າ​ຕື່ມ​ອີກ.

​ພົນ​ຕີ​ສັນຍາ​ຮັກ​ກ່າວ​ວ່າ, ປະຊາຊົນ​ແລະ​ກອງທັບ​ລາວ​ຈີນ​ມີ​ມິດຕະພາບ​ທີ່​​ເປັນມູນ​ເຊື້ອ​ມາ​ແຕ່​ດົນ​ນານ. ບໍ່​ວ່າ​ສະຖານະ​ການ​ສາກົນ​ແລະ​ພາກ​ພື້ນ​ມີ​ການ​ປ່ຽນ​ແປງ​ແນວ​ໃດ, ມິດຕະພາບ​ແບບ​ນີ້​ຈະ​ບໍ່​ມີ​ການ​ປ່ຽນ​ແປງ. ລາວ​ຍິນ​ດີ​ຮັດ​ແໜ້ນ​ການ​ພົວພັນປະສານສົມທົບກັບ​ຈີນ, ລົງ​ເລິ​ກການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ກອງທັບ, ປັບປຸງ​ຄວາມ​ສາມັກຄີ​ແລະ​ມິດຕະພາບ​ລະຫວ່າງ​ສອງ​ກອງທັບ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຊາຍ​ອີງ​ຖີງກ່າວ​ວ່າ, ຈີນ​ລາວ​ມີ​ມິດຕະພາບ​ມາ​ແຕ່​ດົນ​ນານ. ​​ເປັນ​ເວລາດົນ​ນານ​ມາ​​ແລ້ວ, ສອງ​ປະ​ເທດ​ໄດ້​ມີ​ຄວາມ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ຕ່າງ​ສະໜັບສະໜູນ​ແລະ​ຊ່ວ​ຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ. ​ໂດຍ​ສະ​ເພາະ​ແມ່ນຊຸມປີ​ມໍ່ໆ​ມາ​ນີ້, ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ​ລາວ​ທີ່​ທ່ານ​ຫູ​ຈີນ​ທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຮ່ວມ​ກັນ​ປະກາດ​ນັ້ນ ​ໄດ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈີນ​ລາວ​ມີ​ລະບອບ​ສັງຄົມ​ຄື​ກັນ, ສອງ​ກອງທັບ​ມີ​ພາລະ​ໜ້າ​ທີ່​ຮ່ວມ​ກັນ. ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະຫວ່າງ​ການ​ນຳ​ລະດັບ​ສູງ, ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ, ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນ, ​ເພື່ອ​ປະກອບສ່ວນ​ເທົ່າ​ທີ່​ຄວນ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ສອງລັດສອງ​ກອງທັບ, ບັນລຸ​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ​ແລະ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ