ການ​ຄ້າ​ລະຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ດຸ່ນ​ດຽງກັນ

(GMT+08:00) 2011-12-06 15:35:27     cri

ຕາມ​ຂ່າວ​ຈາກ​ເວັບ​ໄຊ​ກະຊວງ​ການ​ຄ້າ​ຈີນ: ຜົນ​ສະຖິຕິ​ອິນ​ໂດ​ເນ​ເຊຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັ​ບ​ແຕ່​ປີ​ນີ້​​ເປັນ​ຕົ້ນ​ມາ, ຍອດ​ມູນ​ຄ່າ​ການ​ສົ່ງອອກ​ສິນຄ້າຂອງ​ອິນ​ໂດ​ເນເຊຍຕໍ່​ຈີນ​ໄດ້​ເພິ່ມຂຶ້ນ​ຢ່າງ​ຕໍ່ເນື່ອງ,ນີ້ເປັນຂີດໝາຍ​ສະແດງ​ໃຫ້ເຫັນ​ວ່າການ​ຄ້າລະ​ຫວ່າງ​ສອງປະເທດ​ນັບມື້​ນັບໄດ້​ຮັບຄວາມ​ດຸນດຽງກັນ. ການຄ້າ​ລະຫວ່າງ​ອິນໂດ​ເນເຊຍ​ກັບຈີນໃນ​ເດືອນ​ຕຸລາ​ປີນີ້, ອິນ​ໂດ​ເນ​ເຊຍ​ໄດ້​ປຽບ​ດຸນ​ການ​ຄ້າ 169 ລ້ານ​ໂດ​ລາ, ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ອິນ​ໂດເນເຊຍ, ອິນໂດ​ເນເຊຍໄດ້​ປຽບດຸນ​ການຄ້າເປັນ​ເທື່ອທຳອິດ​ໃນການຄ້າ​ລະຫວ່າງ​ສອງປະເທດ.

ທ່ານຮັດທາ ຣາຈາຊາ ລັດຖະມົນ​ຕີວ່າການ​ກະຊວງວາງ​ແຜນ​ເສດ​ຖະກິດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ໄດ້​ປຽບດຸນ​ການ​ຄ້າ​ໃນ​ການ​ຄ້າ​ສອງຝ່າຍ​ໃນເດືອນ​ຕຸລາ​ແລ້ວ​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ຄ້າ​ລະຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ພວມ​ນັບ​ມື້​ນັບ​ໄດ້​ຮັບຄວາມ​ດຸນ​ດຽງ, ​ແລະ​ເປັນ​ການ​ນຳ​ໃຊ້​ການ​ກະທຳຕົວ​ຈິງ​ຕອບ​ໂຕ້ການກະທຳທີ່​​ເຂົ້າ​ໃຈ​ຜິດຂອງ​ຄົນ​ອິນ​ໂດ​ເນ​ເຊຍຈຳນວນ​ໜຶ່ງ​ທີ່ກ່ອນ​ໜ້າ​ນີ້​​ໄດ້​ສະກັດ​ກັ້ນເຂດ​ກາ​ນຄ້າ​ເສລີ​ຈີນ-​ອາ​ຊຽນ ​ແລະ ກ່າວ​ວ່າ"ການ​ຄ້າ​​ແບບ​ເສລີ​ອິນ​ໂດ​ເນ​ເຊຍ-​ຈີນ​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ອິນ​ໂດ​ເນ​ເຊຍ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ