ADBປັບ​ການຄາດ​ຄະ​ເນ​ຕໍ່​ການ​ເຕີບ​ໂຕທາງ​ເສດຖະກິດ​ອາຊີ​​ໃນປີ2012ໃຫ້​ຕ່ຳລົງອີກ

(GMT+08:00) 2011-12-06 16:49:09     cri

ວັນ​ທີ 6 ທັນວາ​ນີ້, ທະນາຄານ​ພັດທະນາ​ອາຊີ​ໄດ້​ປະກາດ​ບົດ​ລາຍ​ງານ"ຕິດຕາມ​ວັດ​ແທກ​ເສດຖະກິດ​ອາຊີ"ສະບັບ​ຫຼ້າ​ສຸດ, ​ເຫັນ​ວ່າ ຍ້ອນ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ໜີ້​ສິນສາທາລະນະ​ເຂດ​​ໃຊ້​ເງິນ​​ເອີ​ໂຣ ​ແລະ ​ເສ​ດຖະກິດ​ອາ​ເມ​ລິ​ກາ​ຊຸດ​​ໂຊມ​ລົງ​, ຈັງຫວະການ​ເຕີບ​ໂຕ​ຂອງ​ເສດຖະກິດ​ອາຊີ​ໃນ​ປີ2012​ຈະ​ຕ່ຳ​ກວ່າ​ການ​ຄາດ​ຄະ​ເນທີ່​ຄາດ​ໄວ້​ກ່ອນ​ໜ້ານີ້.

ບົດ​ລາຍ​ງານ​ຫຼ້າ​ສຸດ​ ໄດ້​ປັບຈັງຫວະ​ການເຕີບ​ໂຕທາງ​ເສດຖະກິດ​ຂອງ​ອົງ​ກອນ​ເສດຖະກິດ​ຈະ​ເລີ​ນ​ໃໝ່​ຂອງອາຊີ​ໃນ​ປີ2012​ໃຫ້​ຕ່ຳລົງ​ເຖິງ 7,2%. ​ໃນ​ນັ້ນ​ຈັງ​ຫວະ​ການເຕີບ​ໂຕທາງ​​ເສດ​ຖະກິດ​ຂອງ​ແຜ່ນດິນ​ໃຫຍ່​ຈີນ​ໃນ​ປີ2012​ແມ່ນ 8,8%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ