ໄຂ​ກອງ​ປະຊຸມ​ເຈົ້າ​ຫນ້າ​ທີ່​ລະດັບ​ສູງກ່ຽບກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດສະຫະ​ປະຊາ​ຊາດ​ທີ່​​ເດີ​ບານ

(GMT+08:00) 2011-12-07 11:01:21     cri

ຕາມ​ຂ່າວCRI: ກອງ​ປະຊຸມ​ບັນດາ​ລັດພາຄີ ​ສົນທິສັນຍາ​ຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສະຫະ​ປະຊາ​ດຄັ້ງ​ທີ17 ​ແລະ​ກອງ​ປະ​ຊຸມ​ໄລຍະ​ທີ​ສອງ​ຂອງ​ອະນຸ​ສັນຍາ​ກຽວ​ໂຕຄັ້ງ​ທີ7​ໄດ້​ໄຂ​ຂຶ້ນ​ຢູ່​ທີ່​ນະຄອນ​ເດີ​ບານ​ຂອງ​ປະ​ເທດ​ອາ​ຟຼິກາ​ໃຕ້​​ໃນ​ຕອນ​ບ່າຍ​ວັນ​ທີ6 ທັນວາ​ນີ້.


ນີ້​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ກອງປະຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຄັ້ງນີ້​ໄດ້​​ເຂົ້າ​ສູ່​ໄລຍະ​ທີ່ຫຍຸ້ງຍາກກວ່າ​ເກົ່າ, ຫົວຫນ້າ ລັດຖະບານ​ທີ່​ມາ​ຈາກ 12 ປະ​ເທດ ​ແລະລັດຖະມົນຕີ​ຂອງ100 ກວ່າ​ປະ​ເທດ​ໃນ​ທົ່ວ​ໂລກ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້,​ເພື່ອ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນຫາສຳຄັນທີ່​ເປັນ​ຂໍ​ກະ​ແຈ​​ໃນ​ການ​ແກ້​ໄຂ​ບັນຫາ​ຍັງ​ບໍ່​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ຢ່າງ​ແທ້​ຈິງ​​ໃນ​ປະຈຸ​ບັນ.

  ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຄັ້ງ​ນີ້​​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 28 ພະຈິກ​ຜ່ານ​ມາ,​ແລະ​ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 9 ທັນວາ​ນີ້. ​ໃນອາທິດ​ຂອງ​ການ​ດຳ​ເນີນ​ກອງ​ປະຊຸມ​,ສະຫະພາບ​ເອີ​ລົບ​ຫຼືEU​ໄດ້​ສະ​ເຫ​ນີ​ແຜນການ​ເດີ​ບານ​ ​,ຄື​ຈະ​ເຊັນ​ສັນຍາ​ສະບັບ​ຫນຶ່ງ​ກ່ຽວ​ກັບປະ​ເທດຕົ້ນຕໍ​ທັງ​ຫມົດ​​​ໃນ​ການລະບາຍ​ອາຍ​ພິດ​ເຮືອນ​ແກ້ວຊຶ່ງລວມມີ​ອາ​ເມ​ລິ​ກາ​ແລະ​ອົງ​ກອນ​​ເສດຖະກິດຈະ​ເລີ​ນ​ໃຫມ່​ລ້ວນ​ແຕ່​ຮັບຜິດຊອບ​ຕົວ​ເລກ​ດັດ​ຊະນີຫຼຸດການລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ຫນ້ອຍ​ລົງກ່ອນ​ປີ 2015,​ແລະ​ຈະ​ໄດ້​ມີ​ຜົນ​ບັງຄັບ​ໃຊ້​ໃນ​ປີ2020. ​ແຕ່​ວ່າ​ປະ​ເທດ​ທີ່​ພວມ​ພັດທະນາ​ຊຶ່ງ​ລວມມີ​ຈີນ,ອິນ​ເດຍ, ​ເບຼຊິ​ນ​ແລະອາ​ຟຼິກາ​ໃຕ້​ຕ່າງ​ກໍ່ເຫັນ​ວ່າ,ຫນ້າ​ທີ່​ທີ່​ຮີບ​ດ່ວນ​ທີ່​ສຸດ​ກໍ່​ແມ່ນ​ຈັດ​ຕັ້ງປະຕິບັດ​ສິດ​ຈາກ​ແຜນການ​ບາ​ຫຼີ,ຍຶດຫມັ້ນ​ຂະ​ບວນ  ການ​ເຈລະຈາສອງ​ຂົງ​ເຂດ​ຄື: ຍຸດ​ທະ​ສາດ​ແລະ​ເສດ​ຖະ​ກິດ,ຍຶດຫມັ້ນ​ອະນຸ​ສັນຍາ​ກຽວ​ໂຕ​ພ້ອມ​ດ້ວຍ​ຄຳ​ຫມັ້ນ​ສັນຍາ​ໄລຍະ​ທີ​ສອງ,​ແລະ​ຈັດ​ຕັ້ງ​ປະຕິບັດ​ເງິນ​ທຶນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສີຂຽວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ