ນາຍົກ​ລັດ​ຖະມົນ​ຕີ​ໄທ​ກ່າວ​ວ່າ​ນ້ຳ​ຖ້ວມ​ຢູ່​ເຂດ​ປະສົບ​ໄພ​ຈະຖືກ​ລະ​ບາຍ​ອອກ​ກ່ອນ​ທ້າຍ​ປີ​ນີ້

(GMT+08:00) 2011-12-07 10:06:35     cri
ວັນ​ທີ6ທັນວາ​ນີ້, ທ່ານນາງ​ຍິ່ງ​ລັກ ຊິນ​ນະວັດ, ນາຍົກ​ລັດຖະ​ມົນຕີ​ໄທ​ກ່າວ​ວ່າ, ລັດຖະ​ບານ​ໄທ​ຈະ​ປະຕິ​ບັດ​ຕາມ​ຄວາມ​ເຫັນ​ຂອງ​ເຈົ້າ​ຊີວິດ​ສົມ​ເດັດ​ພູມິ​ພົນ ອະດຸນ​ຍະ​ເດດ, ພະຍາ​ຍາມ​ລະບາຍ​ນ້ຳ​ທີ່​ຍັງ​ຂັງ​ຢູ່​ບາງ​ເຂດສູ່ທະ​ເລ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຂອງ​ປະຊາຊົນ, ນ້ຳ​ຖ້ວມ​ຂັງ​ຢູ່​ເຂດ​ປະສົບ​ໄພ​ທັງ​ໝົດ​ຈະ​ຖືກ​ລະບາຍ​ອອກ​ກ່ອນ​ທ້າຍປີ​ນີ້.

ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ​ກ່າວ​ວ່າ, ປັດຈຸບັນ, ​ໃນທົ່ວ​ປະ​ເທດ​ໄທ​ຍັງ​ມີ80​ຫາ100ບ້ານ​ແລະ​ເຂດ​ຊຸມ​ຊົນ​ຖືກ​ນ້ຳ​ຖ້ວມຢູ່, ດັ່ງ​ນັ້ນຕ້ອງ​ເຮັດ​ໃຫ້​ເຂດ​ຊຸ​ມຊົນ​ແລະ​ບ້ານ​ເຫຼົ່ານີ້​ສາມາດ​ຟື້ນ​ຟູ​ການ​ຜະລິດ​ແລະ​ການ​ດຳລົງ​ຊີວິດ​ໃຫ້​ເປັນປົກ​ກະຕິ​ກ່ອນ​ທ້າຍ​ປີ​ນີ້, ​ເພື່ອ​ເຮັດ​ໃຫ້​ປະຊາ​ຊົນ​ຜູ້ປະສົບ​ໄພຈະ​ໄດ້​ສະຫຼອງ​ບຸນປີ​ໃໝ່ສາ​ກົນຢູ່​ໃນ​ເຮືອນ​ຂອງ​ຕົນ​ຢ່າງ​ມ່ວນ​ຊື່ນ.

ວັນ​ທີ6ທັນວາ​ນີ້, ກອງປ້ອງ​ກັນ​ແລະບັນ​ເທົາ​ໄພ​ສາທາ​ລະນະ​ຂອງ​ກະຊວງ​ມະຫາດ​ໄທ​ປະກາດ​ຂໍ້​ມູນ​ໂດຍ​ສະ​ແດງ​ໃຫ້​ຮູ້​ແລະ​ຢືນຢັນ​ວ່າ​ມີ​ຜູ້​ເສຍ​ຊີວິດ​684​ຄົນ​ໃນ​ໄພ​ນ້ຳ​ຖ້ວມ, ​ເຊິ່ງ​ເພີ່ມ​ອີກ18​ຄົນຈາກ​ຕົວ​ເລກ​666ຄົນ​ທີ່​ໄດ້ປະກາດ​ໃນ​ວັນ​ທີ3ທັນວາ​ນີ້, ​ແລະ​ມີ​ຜູ້​ຫາຍ​ສາບ​ສູນ3ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ