ຂ່າວສານ​ຊີ​ນຮວາ​ພິມ​ບົດ​ຄວາມ​ຊີ້​ອອກ​ວ່າ, ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​ຫຼາຍ​ທີ່​ສຸດ​ເພື່ອ​ກອບ​ກູ້​ອະນຸ​ສັນຍາ​ກຽວ​ໂຕ

(GMT+08:00) 2011-12-07 13:10:54     cri
ວັນ​ທີ6​ທັນວາ​ນີ້, ຂ່າວ​ສານ​ຊີ​ນຮວາ​ໄດ້ພິມ​ບົດ​ຄວາມ​ໂດຍ​ຊີ້​ອອກ​ວ່າ, ຈີນ​ໄ້​ສະ​ແດງ​ຄວາມ​ຈິງ​ໃຈ​ຫຼາຍ​ທີ່​ສຸດ​ເພື່ອ​ກອບ​ກູ້​ອະນຸ​ສັນ​ຍາ​ກຽວ​ໂຕ, ​ແຕ່​ປະ​ເທດ​ທີ່​ພັດທະນາ​ແລ້ວ​ຈຳນວນ​ໜຶ່ງ​ທີ່​ດຶ້ດ້ານ​ປະຕິ​ເສດ​ຫັນປ່ຽນ​ຕົວ​ເລກ​ຄາດ​ໝາຍ​ໃນ​ການ​ຫຼຸດ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ເຫັນ​ຕົວ​ເລກ​ລະອຽດ​ນັ້ນ​ຄວນ​ສຳນຶກ​ຜິດ, ປະຕິ​ບັດ​ຕາມ​ຄວາມ​ຮັບຜິດ​ຊອບ​ດ້ານ​ປະຫວັດ​ຂອງ​ຕົນ​ຢ່າງ​ແທດ​ເໝາະ​ກັບ​ຕົວ​ຈິງ, ພິຈາ​ລະນາ​ເຖິງ​ອະນາຄົດ​ຂອງ​ຕົນ​ກໍ່​ຄື​ມວນ​ມະນຸດ​ຢ່າງ​ແທ້​ຈິງ.

ບົດ​ຄວາ​ມຂຽນ​ວ່າ, ວັນ​ທີ5​ທັນວາ​ນີ້, ທ່ານ​ເຊ້​ເຈີ້ນ​ຮວາ, ຫົວ​ໜ້າ​ຄະນະ​ຜູ້​ແທນ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ເດີ​ບັນ​ກ່າວ​ວ່າ, ຈີນ​ຍິນ​ດີ​ຮັບ​​ເອົາ​ສັນຍາ​ຫຼຸດ​ກາ​ນລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ແບບເປັນ​ຕົວ​ເລກ​ລະອຽດ​ຫຼັງ​ປີ2020ຢ່າງ​ມີ​ເງື່ອນ​ໄຂ, ​ເຊິ່ງ​ໄດ້​ພາ​ໃຫ້​ເກີດ​ມີ​ສຽງ​ຕອບ​ບໍ່​ໜ້ອຍ​ໃນ​ກອງ​ປະຊຸມ​ເດີ​ບັນ, ບໍ່​ວ່າ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ຫຼື​ປະ​ເທດ​ທີ່​ພວມ​ພັດທະນາ, ລ້ວນ​ແຕ່​ໄດ້​ຮັບ​ຮູ້​ຄວມຈິງ​ໃຈ​ອັນ​ໃຫຍ່​ຫຼວງ​ຂອງ​ຈີນ​ໃນ​ການ​ກອບ​ກູ້​ອະນຸ​ສັນຍາ​ກຽວ​ໂຕ​ແລະ​ຮັກສາ​ກົນ​ໄກ​ຫຼາຍ​ຝ່າຍ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ບົດ​ຄວາມ​ຂຽນ​ວ່າ, ​ໃນ​ຖານະ​ເປັນ​ປະ​ເທດ​ທີ່​ພວມ​ພັດທະ​ນາ​ທີ່​ມີGDPສະ​ເລ່ຍ​ຕາມ​ຫົວ​ຄົນພຽງ​ແຕ່4000​ໂດ​ລາ​ເທົ່າ​ນັ້ນ, ຈີນ​ຕັ້ງ​ຈຸດ​ຢືນ​ນຳ​ຊັບພະ​ຍາກອນ​ຂອງ​ປະ​ເທດ​ຕົນ, ທຳ​ຄວາມ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ເພື່ອ​ຮັບ​ມືກັບ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ. ຈີນ​ມີ​ປະຊາ​ກອນ​ຫຼາຍ​ກວ່າ​1ຕື້​300ລ້ານ​ຄົນ, ຍອດ​ມູນ​ຄ່າ​ເສດຖະກິດ​ແລະ​ຍອດ​ປະລິ​ມານ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ກໍ່​ຫຼາຍ​ສົມ​ຄວນ. ​ແຕ່​ຍອດ​ປະລິມານ​ອັນ​ໃຫຍ່​ຫຼວງ​ແນວ​ນີ້​ສະ​ເລ່ຍຕາມ​ຕົວ​ເລກ​ປະຊາກອນ​ທີ່​ຍິ່ງ​ຫຼາຍ​ແລ້ວ, ກໍ່​ເປັນ​ຕົວ​ເລກ​ໜ້ອຍ​ສົມຄວນ. ​ແຕ່​ຫຼັງ​ຈາກ​ກອງ​ປະຊຸມ​ເດີ​ບັນ​ເລີ່​ມຈັດ​ຂຶ້ນ​ເປັນ​ຕົ້ນ​ມາ, ບາງ​ປະ​ເທດ​ທີ່​ພັດ​ທະນາ​ແລ້ວ​ສຸມ​ໃສ່​ຍອດ​ປະລິມານ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ຂອງ​ອົງ​ກອນ​ເສດ​ຖະກິດ​ຈະ​ເລີນ​ໃໝ່, ​ເຊັ່ນ​ ຈີນ​ເປັນ​ຕົ້ນ.

ບົດ​ຄວາມ​ຂຽນ​ວ່າ, ທ່າ​ທີ​ຂອງ​ປະ​ເທດ​ທີ່​ພັດທະນາ​ແລ້ວ​ເຫຼົ່າ​ນີ້, ​ໄດ້​ລະ​ເມີດ​ຫຼັກການ​ທີ່ມີໜ້າ​ທີ່​ຮັບຜິດ​ຊອບ​ຮ່ວມ​ກັນ​ແຕ່​ບໍ່​ທໍ່​ກັນ, ທັງ​ບໍ່​ສອດຄ່ອງ​ກັບ​ເຫດຜົນ​ປົກກະຕິ. ຕ້ອງ​ໄດ້​ຮູ້​ວ່າ, ປະລິມານ​ການ​ລະບາຍ​ຂອງ​ອົງ​ກອນ​ເສດຖະກິດ​ຈະ​ເລີນ​ໃໝ່​ພຽງ​ແຕ່​ເພີ່ມ​ຂຶ້ນ​ຄຽງ​ຄູ່​ກັບ​ການ​ພັດ​ທະນາ​ໃນ​ບໍ່ທໍ່​ໃດ​ປີ​ຜ່ານ​ມາ, ສ່ວນ​ອາຍ​ພິ​ດ​ເຮືອນ​ແກ້ວ​ທີ່​ສະ​ສົມ​ໄວ້​ໃນ​ຊັ້ນ​ອາກາດ​ຫຼັງ​ຈາກ​ການ​ປະຕິ​ວັດ​ອຸດສາ​ຫະ ກຳ2ສະ​ຕະວັດ​ມາ​ນີ້, ຜູ້​ໃດ​ມີ​ສ່ວນ​ຮ່ວມ​ຫຼາຍ​ກວ່າ​ກໍ່​ເປັນ​ເລື່ອງ​ຈະ​ແຈ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ