ບໍລິສັດS&Pຢືນຢັນ​ລະດັບການ​ປະ​ເມີນ​ຜົນ​ຕໍ່​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ລັດ​ຖະ​ບານ​ຈີນ​ໂດຍ​ຄາດ​ວ່າ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ

(GMT+08:00) 2011-12-07 17:12:40     cri
ວັນ​ທີ6​ທັນວາ​ນີ້,ບໍລິສັດStandard&Poor'sຫຼື​S&Pທີ່​​ໃຫ້​ບໍລິການ​ປະ​ເມີນ​ຜົນຄວາມ​ໜ້າ​ເຊື່ອ​ຖືໄດ້​ຢືນຢັນລະດັບການ​ປະ​ເມີນ​ຜົນ​ຕໍ່​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ລັດຖະບານ​ຈີນ​ຄາດ​ວ່າ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ.

ທ່ານ​ເສິນ​ຈິນຢົງ ນັກວິ​ເຄາະ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ບໍລິສັດStandard&Poor'sກ່າວ​ວ່າ,ຈີນ​ມີ​ອະນາຄົດ​ອັນ​ສົດ​ໃສ​​ໃນ​ດ້ານ​ການ​ເຕີບ​ໂຕ​ທາງ​ເສດຖະກິດ,ປະລິມານ​ຊັບ​ສິນ​ພາຍ​ນອກ​ມີ​ຢ່າງຫຼວງ​ຫຼາຍ​ແລະ​ລັດຖະບານ​ຕິດ​ໜີ້​ບໍ່​ຫຼາຍ,ຊຶ່ງ​ທັງ​ໝົດ​ເຫຼົ່າ​ນີ້​ແມ່ນປັດ​ໄຈ​ສຳຄັນ​ທີ່​ເຮັດ​ໃຫ້​ລັດຖະບານ​ຈີນ​ມີ​ຄວາມ​ໜ້າ​ເຊື່ອ​ຖື.ທ່າ​ແຮງ​ເຫຼົ່າ​ນີ້​ໄດ້​ປັ່ນ​ທອນ​ທ່າ​ອ່ອນ​ຂອງ​ຈີນ​ທີ່​ຍັງ​ເປັນ​ອົງ​ກອນ​ເສດຖະກິດ​ທີ່​ມີ​ລາຍ​ໄດ້​ລະດັບ​ກາງ​ແລະ​ຕ່ຳ​ພໍສົມຄວນ.

ນອກ​ນີ້,ບໍລິສັດStandard&Poor'sຍັງ​ຊີ້​ອອກ​ວ່າ,​ເນື່ອງ​ຈາກ​ວ່າ​ຈີນ​ມີ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຢ່າງ​ຫຼວງ​ຫຼາຍ​ແລະ​ສະພາບ​ການ​ເງິນ​ກໍ່ຢູ່​ໃນ​ສະພາບ​ທີ່​ດີ​ຫຼາຍ,ສາມາດທົດແທນ​ຄວາມ​ເສຍ​ຫາຍ​ຈາກ​ໜີ້​ສິນ​ທີ່​ແອບ​ແຝງ​ຊ້ອນ​ຢູ່​ແລະ​ຈະ​ບໍ່​ທຳລາຍ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ລັດຖະບານ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ