ຈີນ​ຮູ້ສຶກ​ຕົກ​ໃຈ​ຕໍ່​ເຫດການ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່​ອັຟກາ​ນີສະຖານ

(GMT+08:00) 2011-12-07 17:18:45     cri
ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ7​ທັນວາ​ນີ້​ວ່າ,ຈີນ​ຮູ້ສຶກ​ຕົກ​ໃຈ​ຕໍ່​ເຫດ​ການ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່​ສຸ​ເຫຼົ່າມຸສລິ​ມນິກາຍ​ຊີ​ອະ2​ແຫ່ງ​ຂອງ​ອັຟກາ​ນີສ​ະຖານ,ຈີນ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ຜູ່​ເສຍ​ຊີວິດ​ແລະ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ຄອບຄົວ​ຜູ່​ເສຍ​ຊີວິດ.

ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ໃນ​ກອງ​ປະຊຸມ​ຂ່າວ,ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ,​ໃນ​ຖານະ​ເປັນ​ປະ​ເທດ​ບ້ານ​ໃກ້​​ເຮືອນ​ຄຽງ​ທີ່​ດີ​ກັບ​ອັຟ​ກາ​ນີ​ສະ​ຖານ,​ຈີນ​ຫວັງ​ຢ່າງ​ຈິງ​ໃຈ​ວ່າ​ອັຟ​ກາ​ນີສະຖານ​ຈະ​ບັນ​ລຸ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ໂດຍ​ໄວ.​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຢູ່​ອັຟ​ກາ​ນີ​ສະ​ຖານ​ໃນ​ປະ​ຈຸ​ບັນ,​ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າອັຟກາ​ນີສະຖານ​ຖ້າ​ຢາກ​ມີ​ສະຖຽນລະ​ພາບ​ຢ່າງຮອບດ້ານ,​ລັດ​ຖະ​ບານ​ອັ​ຟກາ​ນີ​ສະ​ຖານ​ແລະ​ປະ​ຊາ​ຄົມ​ໂລກ​ຕ້ອງ​ຮ່ວມ​ກັນ​ທຳ​ຄວາມ​ພະຍາຍາມ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ