ອາ​ເມ​ລິ​ກາ​ປະກາດ​ເປີດ​ສະຖານ​ທູດ​ອາ​ເມ​ລິ​ກາ​ປະຈຳ​ອີຣານທາງ​ອິນ​ເຕີ​ເນັດ

(GMT+08:00) 2011-12-07 17:47:56     cri
ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ:ວັນ​ທີ6​ທັນວາ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ປະກາດເປີດ​ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ອີຣານທາງ​ອິນ​ເຕີ​ເນັດ​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັບ​ປະຊາຊົນ​ອີຣານ.

ທ່ານ​ນາງ​ວິກ​ຕໍ​ເຣຍ ນູ​ແລນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ວັນ​ທີ6​ທັນວາ​ນີ້​ວ່າ,ປະຈຸ​ບັນ,ອາ​ເມ​ລິ​ກາ​ແລະ​ອີຣານບໍ່​ມີ​ການ​ພົວພັນ​ທາງ​ການ​ທູດ,ສະ​ນັ້ນ​ຈິ່ງ​ບໍ່​ມີ​ໂອກາດ​​ໃນ​ການ​ຕິດ​ຕໍ່​ພົວພັນກັບ​ປະຊາຊົນ​ອີຣານ,​ແຕ່​ຄຽງ​ຄູ່​ກັບການ​ເປີດ​ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ອີຣານທາງ​ອິນ​ເຕີ​ເນັດ​,ອາ​ເມ​ລິ​ກາ​ຫວັງ​ຢາກ​ຫຼຸດ​ຊ່ອງ​ຫວ່າງ​ໃຫ້​ໜ້ອຍ​ລົງ,ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ໃຫ້​ຫຼາຍ​ຂຶ້ນ.ນາງ​ວິກ​ຕໍ​ເຣຍ ນູ​ແລນ​ຍັງ​ກ່າວ​ວ່າ,​ໂດຍ​ແນ​ໃສ່​ລັດຖະບານ​ອີຣານ​ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນ​ລົບ​ກວນ​ດ້ວຍ​ດາວ​ທຽມ​ແລະ​ຂັດຂວາງ​ທາງ​ອິນ​ເຕີ​ເນັດ​ແລະ​ອື່ນໆ,ການ​ເປີດ​ສະຖານທູດ​ທາງ​ອິນ​ເຕີ​ເນັດ​ພຽງ​ແຕ່​ແມ່ນ ​ມາດ​ຕະການໜຶ່ງທີ່​ອາ​ເມ​ລິ​ກາ​ໃຊ້​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັບ​ປະ​ຊົນ​ອີຣານ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ