ນະຄອນຄຸ່ນມິງໄດ້​ເຊັນບົດ​ບັນ​ທຶກ​ຮ່ວມ​ມືທາງ​ການທ່ອງທ່ຽວກັບ​ນະຄອນຫຼວງວຽງ​ຈັນ​ຂອງ​ລາວ

(GMT+08:00) 2011-12-07 17:45:59     cri

ວັນ​ທີ5 ທັນວາ​ນີ້, ນະຄອນຄຸ່ນມິ​ງຂອງ​​ແຂວງ​ຢຸນນານ​ຈີນ​ໄດ້​ເຊັນ​ບົດ​ບັນ​ທຶກ​ຮ່ວມ​ມື​ທາງ​ການ​ທ່ອງ​ທ່ຽວ​ກັບ​ນະຄອນ​ຫຼວງ​ວຽງ​ຈັນຂອງ​ສປປລາວ,​ເພື່ອ​ຊຸກຍູ້​ວຽກ​ງານທ່ອງທ່ຽວ​ຂອງ​ສອງ​ຝ່າຍ​ພັດທະນາ​ຮ່ວມ​ກັນ.

ພິທີ​ລົງ​ນາມ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງວຽງ​ຈັນ, ບົດ​ບັນທຶກ​ຮ່ວມ​ມືຊີ້ອອກ​ວ່າ​ແຕ່​ນີ້​ເປັນ​ຕົ້ນ​ໄປ​ສອງ​ນະ​ຄອນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ການທ່ອງທ່ຽວ,ຖື​ປະຫວັດສາດ​ວັດທະນະທຳ, ທີ​ວທັດ​ວັດທະນະທຳ, ການທ່ອງທ່ຽວ​ທຳ​ມະ​ຊາດຂອງ​ນະຄອນ​ຄຸ່ນມິງ​ແລະວຽງ​ຈັນ​ເປັນ​ການ​ອາ​ໄສ, ບົນຫຼັກ​ໝັ້ນ​ທີ່" ຊັບພະ​ຍາກອນຕາບ​ຈູ​ນກັນ, ທ່າ​ແຮງ, ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ມາ​ຈູ​ນ​ເຈືອ​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ", ຊຸກ​ຍູ້ການທ່ອງ​ທ່ຽວ​ຂອງສອງ​ຝ່າຍ​ພັດ​ທະນາ​ຮ່ວມ​ກັນ. ​ໃນ​ຂະນະ​ດຽວ​ກັນ,ສອງ​ຝ່າຍ​ຍັງ​ຈະ​ຕັ້ງ​ໜ້າ​ຊຸກຍູ້​ວຽກ​ງານ ​ຂໍ້​ມູນ​ຂ່າວສານ​ດ້ານ​ການທ່ອງທ່ຽວ​ເຕັກ​ໂນ​ໂລ​ຊີ,ຊອກ​ຫາ​​ແຫຼ່ງຂໍ້​ມູນ​ຂ່າວ​ສານ​ການທ່ອງທ່ຽວ​ຮ່ວມ, ບັນລຸ​ຂໍ້​ມູນ​ຂ່າວສານ​ການທ່ອງ​ທ່ຽວ​ແລະຊົມ​ໃຊ້ຮ່ວມກັນ,​ພ້ອມ​ທັງເພີ່ມ​ທະວີການ​ອົບຮົມ​ຜູ່​ນຳທ່ຽວ​ສອງ​ພາສາ, ຮ່ວມກັນ​ພະຍາຍາມ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ບໍລິການທາງ​ການທ່ອງທ່ຽວ.

ທ່ານ​ຮວາງ​ຈຸ້ນ​ເຟິ່ງ ຫົວໜ້າ​ຫ້ອງການທ່ອງທ່ຽວນະຄອນ​ຄຸ່ນມິ​ງກ່າວ​ວ່າ, ການ​ຮ່ວມ​ມື​ທາງ​ການທ່ອງທ່ຽວ​ລະຫວ່າງ​ຈີນ​ກັບ​ລາວ​ມີ​ຂົ​ງ​ເຂດ​ອັນ​ກວ້າງຂວາງ, ມີ​ທ່າ​ແຮງ​ບົ່ມ​ຊ້ອນຢ່າງ​ໃຫຍ່ຫຼວງ, ມີ​ອະນາຄົດ​ດີ, ​ເສັ້ນທາງຫຼວງຄຸ່ນ​ມິງບາງກອກ​ຈະ​ຊຸກ​ຍູ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ຂອງ​ການທ່ອງທ່ຽວ​ລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ