ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ພົບ​ປະ​ຜູ່​ແທນ​ຂອງ​ຝ່າຍຕໍ່ຕ້ານ​ໃນຊີຣີ

(GMT+08:00) 2011-12-07 17:46:56     cri

ວັນ​ທີ6 ທັນວາ​ນີ້,ທ່ານນາງ​ຮີລາຣີ ​ຄລິນຕັນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ໄປ​ຢ້ຽມຢາມ​ປະ​ເທດສະ​ວິສ​ໄດ້​ຈັດການ​ພົບ​ປະ​ກັບ​ຜູ່​ນຳ​ຝ່າຍຕໍ່ຕ້ານ​ຂອງ​ຊີຣີຢູ່​ເຊີ​ແນວ.

ມື້​ດຽວ​ກັນ, ທ່ານ​ນາງ​ຮີ​ລາ​ຣີ ຄລິນ​ຕັນ​ໄດ້​ຈັດການ​ພົບ​ປະ​ກັບ​ຜູ່​ແທນ"ຄະນະ​ກຳມະການ​ທົ່ວ​ປະ​ເທດ​ຊີຣີ"​ເຊິ່ງ​ເປັນ​ຝ່າຍ​ຕໍ່ຕ້ານ​ຂອງ​ຊີຣີ. ​ໃນ​ການ​ພົບ​ປະ, ທ່ານ​ນາງ​ຮີ​ລາ​ຣີກ່າວ​ວ່າ, ທ່ານ​ນາງ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ຕໍ່"ຄະນະ​ກຳມະການ​ທົ່ວ​ປະ​ເທດ​ຊີຣີ"ບັນລຸ"ການ​ປ່ຽນ​​ແປງ​ຢ່າງປະຊາທິປະ​ໄຕ"ຂອງ​ຊີຣີ​ແນວ​ໃດ, ​ແລະ​ເຫນັວ່າ​ບົດ​ລາຍ​ງານ​ທີ່"ຄະນະ​ກຳມະການ​ທົ່ວ​ປະ​ເທດ​ຊີຣີ"ສະ​ເໜີ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ມີ "ລັກສະນະ​ສ້າງ​ສັນ". ມື້​ດຽວ​ກັນນີ້, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ທ່ານ​ໂລ​ເບີດ ຟອດ ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ຊີຣີພວມ​ກັບ​ຄືນ​ຊີຣີ.

ວັນ​ທີ6 ທັນວາ​ນີ້, ກອງກຳ​ປັ່ນ​ຮົບພາກ​ເໜືອຣັດ​ເຊຍ​ປະກາດ​ວ່າ, ມື້​ດຽວ​ກັນ, ກອງ​ກຳ​ປັ່ນ​ບັນທຸກ​ເຮືອບິນສັງກັດ​ກອງກຳ​ປັ່ນ​ຮົບ​ພາກ​ເໜືອໄດ້​ອອກ​ເດີນທາງໃນ​ມື້​ດຽວ​ກັນ, ​​ໄປລາດຕະ​ເວນ​ຢູ່ມະ​ຫາສະ​ໝຸດ​ອັດ​ລຽນ​ຕິກ​ແລະທະ​ເລ​ເມ​ດີ​ເຕຣານ​ເນ.​ເຈົ້າ​ໜ້າ​ທີ່​ກອງທັບຣັດ​ເຊຍ​ເຄີຍ​ກ່າວ​ວ່າ, ​ແຜນການ​ລາດຕ​ະ​ເວນ​ຂອງ​ກອງ​ກຳ​ປັ່ນ​ບັນທຸກ​ເຮືອບິນ​ໄດ້​ວາງ​ອອກ​​ກ່ອນ​ໜ້າ​ນີ້​ແລ້ວ,ບໍ່​ໄດ້​ກ່ຽວຂ້ອງ​ເຖິງ​ສະຖານະ​ການ​ຊີຣີ​ໃນ​ປັດ​ຈຸ​ບັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ