ຄວາມ​ປອງ​ດອງ​ຊາດ​​ໃນ​ມຽນມ​າ​ໄດ້​ຮັບ​ຄວາມ​ຄືບ​ໜ້າ

(GMT+08:00) 2011-12-07 19:48:29     cri

ວັນ​ທີ6​ທັນ​ວາ​ນີ້, ລັດສານຂອງ​ມຽນມາເຜີຍ​ໃຫ້​ຮູ້​ວ່າ, ກອງທັບ​ລັດຖະບານ​ມຽນມາ​ແລະ​ອົງການ​ປົກຄອງລັດສານໄດ້ລົງ​ນາມ​ໃນ​ສັນຍາ​ຢຸດ​ຍິງ​ໃນ​ວັນ​ທີ2​ທັນວາ​ນີ້, ລັດຖະບານ​ມຽນມາ​ໄດ້​ອອກ​ຄໍາ​ສັ່ງ​ຢຸດ​ຍິງ​ຕໍ່​ທະຫານ​ລັດຖະ​ບານ​ມຽນປະ​ຈໍາ​ລັດສານໃນ​ວັນ​ທີ3​ທັນວາ​ນີ້, ພາຍຫລັງ​ໄດ້​ຮັບ​ຄໍາ​ສັ່ງ​ນີ້ຈາກ​ເອກະສານ​ສະບັບ​ກ໋ອບປີ້ໃນ​ມື້​ວັນ​ທີ6​ແລ້ວ, ກອງ​ທັບລັດສານກໍ​ໄດ້​ອອກ​ຄໍາ​ສັ່ງ​ຢຸດ​ຍິງ​ຕໍ່​ທະຫານ​ຂອງ​ຕົນ. ນີ້​ແມ່ນ​ຄວາມ​ຄືບ​ໜ້າ​​ໃໝ່​ທີ່​ສໍາຄັນ​ໃນ​ດ້ານ​ວຽກ​ງານ​ຄວາມ​ປອງດອງ​ຊາດ​ຂອງ​ລັດຖະບານ​ມຽນມາ.

ຂ່າວສານ​AFP​ໄດ້​ອີງ​ໃສ່​ຄໍາ​ເວົ້າ​ຂອງ​ຜູ້ທີ່​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ລົງ​ນາມ​ໃນ​ສັນຍາ​ມາ​ແຈ້ງ​ໃຫ້​ຮູ້ວ່າ, ​ໃນ​ກຸ່ມປະກອບ​ອາ​ວຸດ​ຊົນ​ເຜົ່າສ່ວນ​ໜ້ອຍ5ຊົນ​ເຜົ່າທີ່​ເຂົ້າຮ່ວມ​ການ​ເຈລະຈາສັນ​ຕິ​ພາບ, ກອງທະ​ຫານ​ລັດສານໄດ້​ລົງ​ນາມ​ໃນ​ສັນຍາ​ຢຸດ​ຍິງ​ເປັນ​ຜູ້​ທໍາອິດ. ກອງ​ທະ​ຫານ​ລັດສານແມ່ນ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າສ່ວນ​ໜ້ອຍ​ທີ່​ມີ​ຈໍານວນ​ຕົນ​ຫລາຍ​ກວ່າ​ໝູ່​ທີ່​ຍັງ​ເຮັດ​ສົງຄາມ​ກັບ​ລັດຖະບານ​ໃນ​ມຽນມາ, ປະຈຸ​ບັນ, ສ່ວນ​ຫລາຍປະ​ຈໍາ​ຢູ່​ເຂດ​ຊາຍ​ແດນ​ໄທ-ມຽນມາ.

ໃນ​ເວລາ​ດົນ​ນານ​ມາ​ນີ້,ອາ​ເມ​ລິ​ກາ​ແລະ​ບາງປະ​ເທດ​ຕາ​ເວັນ​ຕົກ​ກໍ​ຖື "ລັດຖະ​ບານ​ມຽນມາສະກັດ​ກັ້ນ​ຊົນ​ເຜົ່າສ່ວນ​ໜ້ອຍ"​ເປັນສາ​ເຫດສໍາຄັນ​ໃນ​ການ​ລົງ​ໂທດ​ຕໍ່ມຽນມາ.​ໃນ​ເວລາ​ຢ້ຽມ​ຢາມ​ມຽນມາ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ທ່ານນາງ​ຮິ​ວລາ​ຣີ ຄຼິນ​ຕັນ,ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາກໍ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດຖະບານ​ມຽນມາ​ຢຸດ​ຕິ​ການ​ປະຕິບັດ​ການ​ທາງ​ການ​ທະຫານ​ຕໍ່​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນໜ້ອຍ,ແລະ​ຖື​ເລື່ອງນີ້​ເປັນ​ເງື່ອນ​ໄຂ​ໃນ​ການ​ຜ່ອນຄາຍການ​ລົງ​ໂທດ​ຕໍ່ມຽນ​ມາ.

ນັກວິ​ເຄາະ​ເຫັນ​ວ່າ, ຄວາມ​ປອງ​ດອງ​ຊາດ​ໃນ​ມຽນມາ​ແມ່ນ​ສອດ​ຄ່ອງກັບ​ການ​ພັດ​ທະ​ນາ​ສັງ​ຄົມ,​ແມ່ນ​ພື້ນຖານ​ສໍາ​ຄັນ​ທີ່​ມຽນ​ມາ​​ເປີດ​ປະ​ຕູ​ສູ່ພາຍ​ນອກ​ແລະ​ຊຸກຍູ້​ການ​ພັດທະນາ​ດ້ານ​ເສດ​ຖະກິດ. ​ລັດຖະບານ​ແລະ​ກຸ່ມ​ປະກອບ​ອາວຸດ​ອິດສະຫລະ​ຄາ​ຊິນ​ຊົນ​ເຜົ່າ​ຕ່າງໆກໍ​ມີ​ຈຸດປະ​ສົງ​ເຊັ່ນນີ້. ​ແຕ່​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ຊົນ​ເຜົ່າ​ຂອງ​ມຽນ​ມາ​ມີ​ສາ​ເຫດ​ທາງ​ປະ​ຫວັດ​ສາດ, ​ແລະກໍ່​ຖືກ​ຈໍາກັດຈາກ​ປັດ​ໄຈຜົນ​ປະ​ໂຫຍດ​ທີ່ສັບ​ສົນ​ໃນ​ຕົວ​ຈິງ. ປະຈຸບັນ, ກອງ​ທະຫານ​ລັດຖະ​ບານ​ມຽນ​ມາ​ແລະ​ກອງ​ທະ​ຫານ​ອິດສະຫລະ​ຄາ​ຊິນ​ປະ​ທະ​ກັນ​ເລື້ອຍໆ, ຈະ​ບັນ​ລຸ​ການ​ຢຸດ​ຍິງ​ຢ່າງ​ຮອບດ້ານ​ໃນ​ເວລາ​ສັ້ນໆ​ມີ​ຄວາມ​ຫຍຸ້ງຍາກ​ຫລາຍ. ການ​ລົງ​ນາມ​ໃນສັນຍາ​ຢຸດ​ຍິງ​ລະ​ຫວ່າງ​ກອງ​ທະຫານ​ລັດ​ຖະບານ​ມຽນມາກັບ​ກອງ​ທະຫານ​ລັດສານ​ສາ​ມາດ​ສ້າງ​ຊ່ອງ​ທາງ​ໃໝ່​ໃນ​ດ້ານ​ການ​ບັນລຸ​ຄວາມ​ປອງ​ດອງ​ຊາດຫລື​ບໍ່, ຍັງ​ຕ້ອງຕິດຕາມ​ຕໍ່​ໄປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ