ອັງກິດ​ຈະ​ບໍ່​ລົງ​ລາຍ​​ເຊັນ​ໃນ​ສົນ​ທີສັນຍາ​​ສະຫະພາບ​ເອີ​ລົບສະບັບ​ໃໝ່

(GMT+08:00) 2011-12-07 09:49:49     cri
ພາຍຫຼັງ​ຜູ້ນຳ​ຝຣັ່ງ​ແລະ​ເຢຍລະ​ມັນຮຽກຮ້ອງ​ໃຫ້​ມີ​ການ​ດັດ​ແກ້​ສົນທິ​ສັນຍາ​ສະຫະພາບ​ເອີ​ລົບ​ສະບັບ​ໃໝ່​ແລ້ວ, ວັນ​ທີ6​ທັນວາ​ນີ້, ທ່ານ​ເດ​ວິດ ກາ​ເມຣອນ ນາຍົກລັດຖະມົນຕີອັງກິດ​ກ່າວ​ວ່າ, ຖ້າ​ການ​ດັດ​ແກ້​ສົນທິສັນຍາ​ໃນ​ເທື່ອ​ນີ້ບໍ່​ສາມາດ​ປົກປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ອັງກິດ​ໄດ້, ທ່ານກໍ່​ຈະ​ບໍ່ລົງ​ລາຍ​ເຊັນ​ໃນ​ສົນທິສັນຍາສະຫະພາບ​ເອີ​ລົບ​ສະບັບ​ໃໝ່ທີ່​ມີ​ວັດຖຸ​ປະສົງ​ຢາກ​ແກ້​ໄຂ​ວິ​ກິດ​ການ​ໜິ້ສິນ​ໃນ​ເຂດ​ໃຊ້​ເງິນ​ເອີ​ໂຣ.

ທ່ານ​ກາ​ເມຣອນກ່າວ​ເນັ້ນ​ວ່າ, ສົນທິສັນຍາ​ສະຫະພາບ​ເອີ​ລົບສະບັບ​ໃໝ່​ຕ້ອງ​ລວມທັງ​ເນື້ອ​ໃນ​ທີ່ຮັກສາຕະຫຼາດ​ທີ່​ເປັນ​ເອກະ​ພາບ​ແລະ​ປົກ​ປັກ​ຮັກສາຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ການ​ເງິນ​ຂອງ​ອັງກິດ, ທ່ານ​ຈະ​ປົກ​ປັກ​ຮັກສາຜົນ​ປະ​ໂຫຍ​ດຂອງ​ອັງກິດ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ເອີ​ລົບ.

ມື້​ດຽວ​ກັນ, ທ່ານ​ຈູ​ຕາ ອຸນປີ​ລາຍ​ເນນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ແຟນລັງ​ກໍ​ກ່າວ​ວ່າ, ຈະ​ປະຕິ​ເສດ​ຕໍ່​ບາງ​ຂໍ້​ສະ​ເໜີ​ຂອງ​ເຢຍລະ​ມັນ​ແລະ​ຝຣັ່ງກ່ຽວ​ກັບ​ການ​ແກ້​ໄຂ​ວິ​ກິດ​ການ​ໜີ້​ສິນ​ຂອງ​ເອີ​ລົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ