ຈີນ​ເປີດ​ເຜີຍປຶ້ມປົກ​ຂາວ"ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ"

(GMT+08:00) 2011-12-07 11:45:37     cri
ຕາມ​ຂ່າວCRI, ວັນ​ທີ7​ທັນວາ​ນີ້, ຫ້ອງການ​ຖະ​ແຫຼ​ງຂ່າວ​ຄະນະ​ລັດຖະບານ​ຈີນ​ໄດ້​ເປີດ​ເຜີຍ​ປຶ້ມປົກ​ຂາວ"ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ", ​ໄດ້​ແນະນຳ​ສະພາບ​ການ​ທີ່​ຈີນ​ເປີດ​ກວ້າງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ເລື້ອຍໆ​ແລະ​ດຳ​ເນີນ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ຢ່າງ​ຕັ້ງໜ້າ​ບົນ​ພື້ນຖານ​ສະ​​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ນັບ​ແຕ່​ຈີນ​​ໄດ້ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ, ​ໂດຍ​ສະ​ເພາະ​ແມ່ນ​ຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ໃນ10​ປີ​ມາ​ນີ້.

ປຶ້ມປົກ​ຂາວ​ຊີ້​ອອກ​ວ່າ, ​ໂດຍ​ຜ່ານ​ການ​ພັດທະນາ​ມາ​ເປັນ​ເວລາຫຼາຍ​ປີ, ການ​ຄ້າ​ກັບ​ຕ່າງປະ​ເທດ​ໄດ້ກາຍ​ເປັນ​ພາກສ່ວນ​ໜຶ່ງ​ທີ່​​ເຂັ້ມແຂງ​ກວ່າ​ໝູ່​ແລະ​ເຕີບ​ໂຕ​ໄວ​ກວ່າ​ໝູ່​ໃນ​ເສດຖະກິດ​ຈີນ, ຈີນ​​ໄດ້​ກາຍ​ເປັນ​ປະ​ເທດ​ການ​ຄ້າ​ໃຫຍ່​ຂອງ​ໂລກ. ການ​ພັດທະນາ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​​ໄດ້​ເຮັດ​ໃຫ້​ຈີນ​ມີ​ສາຍ​ພົວພັນ​ທີ່ແໜ້ນ​ແຟ້ນກວ່າ​ເກົ່າກັບ​ໂລກ, ​ໄດ້​ຊຸກ​ຍູ້​ການພັດທະນາ​ທີ່ທັນ​ສະ​ໄໝ​ຂອງ​ຈີນ​ຢ່າງ​ແຂງ​ແຮງ, ​ແລະ​ຊຸກ​ຍູ້​​ໃຫ້​ໂລກ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ກ້າວ​ໄປ​ໜ້າ.

ປຶ້ມປົກ​ຂາວ​ກ່າວ​ເນັ້ນ​ວ່າ, ຈີນ​ຈະ​ເປີດ​ກວ້າງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ຕື່ມ​ອີກ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຄູ່​ການ​ຄ້າ, ພ້ອມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ນາໆ​ປະການ​ທີ່​ເສດຖະກິດ​​ໂລກ​ແລະ​ການ​ຄ້າ​ໂລກ​ພວມປະ​ເຊີນຢູ່, ຊຸກ​ຍູ້​ໃຫ້ການ​ຄ້າ​ກັບ​ຕ່າງປະ​ເທດ​ດຸນ​ດ່ຽງ​ກວ່າ​ເກົ່າ, ກົມກຽວ​ກວ່າ​ເກົ່າ​ແລະ​ພັດທະນາ​ແບບ​ຍືນ​ຍົງ, ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ​ກັບ​ຄູ່​ການ​ຄ້າ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ