ທ່ານ​ບານ​ກີ​ມູນ​ຊົມ​ເຊີຍ​ອິນ​ໂດ​ເນ​ເຊຍ​ອະນຸມັດ"ສົນທິສັນຍາ​ຫ້າມ​ບໍ່​ໃຫ້​ຈັດການ​ທົດ​ລອງ​ນີວ​ເຄຼຍຢ່າງຮອບດ້ານ"

(GMT+08:00) 2011-12-07 17:06:13     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 6 ທັນວາ​ນີ້, ທ່ານ​ບານ​ກີ​ມູນ ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​​ໄດ້ອອກ​ຖະ​ແຫຼ​ງການຜ່ານ​ໂຄສົກ​ປະຈຳ​ສະຫະ​ປະຊາ​ຊາດ, ກ່າວຊົມ​ເຊີຍທີ່​ອິນ​ໂດ​ເນ​ເຊຍ​ອະນຸມັດ"ສົນທິສັນຍາ​ຫ້າມ​ບໍ່​ໃຫ້​ຈັດການ​ທົດ​ລອງ​ນີວ​ເຄຼຍຢ່າງຮອບດ້ານ".

ຖະ​ແຫຼ​ງການ​ຂຽນ​ວ່າ, ທ່ານ​ບານ​ກີ​ມູນ​ຊົມ​ເຊີຍ​ສະພາ​ຕ່ຳ​ອິນ​ໂດ​ເນ​​ເຊຍ ອະນຸມັດ"ສົນທິສັນຍາ​ຫ້າມ​ບໍ່​ໃຫ້​ຈັດການ​ທົດ​ລອງ​ນີວ​ເຄຼຍຢ່າງຮອບດ້ານ"​ໃນ​ວັນ​ທີ 6 ທັນວາ​ນີ້.

ຖະ​ແຫຼ​ງການ​ຍັງ​ຂຽນ​ວ່າ, ຄຽງ​ຄູ່​ກັບ​ອິນ​ໂດ​ເນ​ເຊຍ​ສຳ​ເລັດລະບຽບ​ການ​ອະນຸມັດ​ແລ້ວ,ປັດຈຸບັນ, ປະ​ເທດ​ທີ່ລົງ​ນາມ​ຮັບຮອງ​ໃນສົນທິສັນຍາ​ດັ່ງກ່າວ​ໃນ​ໂລກ​ໄດ້​ມີ​ເຖິງ 156 ປະ​ເທດ​ແລ້ວ.ທ່ານ​ບານ​ກີ​ມູນ​ໄດ້​ຊຸກ​ຍູ້​ໃຫ້ປ​ະ​ເທດ​ທີ່​ຍັງ​ບໍ່​ໄດ້​ເຊັນ"ສົນທິສັນຍາ​ຫ້າມ​ບໍ່​ໃຫ້​ຈັດການ​ທົດ​ລອງ​ນີວ​ເຄຼຍຢ່າງຮອບດ້ານ"ທັງ​ໝົດ​ນັ້ນລົງ​ນາມ ​ແລະ ຮັບຮອງສົນທິສັນຍາ​ໂດ​ຍ​ໄວ.ສົນທິສັນຍາ​ສະບັບ​ນີ້​ຍັງ​ຕ້ອງການ​ອີກ 8 ປະ​ເທດ​ຮັບຮອງ​ໃນ​ສັນຍາ​ຈິ່ງ​ະຈສາມາດມີ​ຜົນ​ບັງຄັບ​ໃຊ້​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ