ສຳ​ເລັດ​ໃນ​ຂັ້ນ​ພື້ນຖານ​ຕໍ່ການ​ສຳ​ຫຼວດຕໍ່​ອຸ​ປະຕິ​ເຫ​ດລົດ​ໄຟ​ຕຳ​ກັນ​ແຕ່​ຕອນທາງ​ໜິງ​ໂປ່-​ເວິ່ນ​ໂຈ່​ວ

(GMT+08:00) 2011-12-07 17:12:02     cri

ວັນ​ທີ 6 ທັນ​ວາ​ນີ້, ທ່ານ​ຫວງອີ້ ​ໂຄສົກ​ກົມ​ໃຫຍ່​ຕິດຕາມ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຈີນ​ແຈ້ງໃຫ້​ຮູ້​ວ່າ, ປັດຈຸບັນ, ບົດ​ລາຍ​ງານ​ກ່ຽວ​ກັບອຸ​ປະຕິ​ເຫ​ດລົດ​ໄຟ​ຕຳ​ກັນ​ແຕ່​ຕອນ​ທາງ​ໜິງ​ໂປ່-​ເວີ່ນ​ໂຈ່​ວ​ໃນ​ວັນ​ທີ23 ກໍລະກົດຜ່ານ​ມາ​ພວມ​ຢູ່​ໃນ​ໄລຍະ​ການ​ເກັບກຳ​ຂໍ້​ມູນ​ແລະ​ຮວບ​ຮວມຫຼັກ​ຖານຢູ່.

ທ່ານ​ຫວງ​ອີ້​ກ່າວ​ວ່າ, ນັບ​ແຕ່​ໜ່ວຍ​ສຳ​ຫຼວດອຸ​ປະຕິ​ເຫ​ດລົດ​ໄຟ​ຕຳ​ກັນ​ໃນ​ວັນ​ທີ23 ກໍລະກົດຂອງ​ລັດຖະບານ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ມາ​ນີ້, ​ໄດ້​ລົງ​ເລິກດຳ​ເນີນວຽກ​ງານ​ຕ່າງໆ ​ເຊັ່ນ,ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນກັບ​ທີ່, ກາ​ນທົດ​ລອງ​​ແບບຈຳລອງ, ວິ​ເຄາະທາງ​ເຕັກ​ນິກ, ​ເກັບ​ກຳຫຼັກ​ຖານ, ວິ​ເຄາະ​ໂດຍ​ສັງ​ລວມ ​ແລະ ຈັດສົ່ງ​ຜູ່​ຊ່ຽວຊານ​ລົງ​ພິສູດ​ເປັນ​ຕົ້ນ, ປັດຈຸບັນ ​​ໂດຍ​ລວມ​ແລ້ວ​ແມ່ນ​ໄດ້​ສຳ​ເລັດ​ການ​ເກັບ​ກຳ​ຂໍ້​ມູນ​ຫຼັກ​ຖານ​ຂອງ​ການ​ສຳ​ຫຼວດ​ໃນ​ຂັ້ນ​ພື້ນຖານ​ແລ້ວ..

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ