ຈີນ​​ເປີດເຜີຍ​ໃຫ້​ຮູ້​ເປົ້າ​ໝາຍ​ປະຢັດ​ພະລັງງານ​ແລະຫຼຸດ​ການ​ລະບາຍ​ກາກ​ບອນ​ດິອ໋ອກຊິດ ພ້ອມທັງ​ມາດ​ຕະການ​ສຳຄັນ​ໃນ 5 ປີຕໍ່​ໜ້າ

(GMT+08:00) 2011-12-07 17:30:23     cri

ວັນ​ທີ 6 ທັນວາ​ນີ້,ຜູ່​ຕາງໜ້າ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດິນ​ຟ້າ​ອາກາດ​ເດີບານ​ໄດ້​​ເປີດເຜີຍ​ໃຫ້​ຮູ້ເປົ້າ​ໝາຍ​ປະຢັດ​ພະລັງງານ​ແລະຫຼຸດ​ການ​ລະບາຍ​ກາກ​ບອນ​ດິອ໋ອກຊິດ ພ້ອມທັງ​ມາດ​ຕະການສຳຄັນ​ໃນ 5 ປີຕໍ່​ໜ້າ. ​ເຈົ້າ​ໜ້າ​ທີ່​ທີ່​ຕາງໜ້າ​ຈີນ​ກ່າວວ່າ, ລັດຖະບານ​ຈີນ​ຕົກລົງ​ໃຊ້​ຫຼາຍວິທີ​​​ໂດຍສັງ​ລວມ ​ເພື່ອຫຼຸດ​ການ​ລະບາຍກາກ​ບອນ​ດີ​ອ໋ອກຊິດຢ່າງຂະໜາດ​ໃຫຍ່​ລົງພາຍ​ໃນ 5 ປີ, ຮອດ​ປີ 2015 ​ຈະເຮັດ​ໃຫ້ການ​ລະບາຍ​ກາກ​ບອນ​ດີ​ອ໋ອກຊິດຂອງ​ຈີນ​ຫຼຸດລົງ 17% ​ເມື່ອ​ທຽບ​ກັບ​ປີ 2010

ຜູ່​ຕາງໜ້າ​ຈີນກ່າ​ວວ່າ, ລັດຖະບານ​ຈີນ​ມີ​ແຜນ​ຈະ​ໃຊ້​ມາດ​ຕະການ​ຕົ້ນຕໍ​ເຫຼົ່າ​ນີ້: ​ເລັ່ງລັດ​ປັບປຸງ​ອົງ​ປະກອບ​ອຸດສາຫະກຳ, ອອກ​ແຮງ​ຊຸກ​ຍູ້ການ​ປະຢັດ​ແລະ​ສິ້ນ​​ເປືອງ​ພະລັງງານ, ຕັ້ງໜ້າ​ພັດທະນາ​ພະລັງງານແບບກາກບອນຕ່ຳ, ພະຍາຍາມເພິ່ມກາກ​ບອນ​ຊິນ​ຄ໌ສ໌, ຄວບ​ຄຸມ​ການ​ລະບາຍ​ອາຍ​ພິດເຮືອນ​ແກ້ວ​ທີ່​ບໍ່​​ໃຊ້​ພະລັງງານ, ​ເພິ່ມທະວີ​ການ​ປະຢັດ ​ແລະ ທົດແທນຜະລິດ​ຕະພັນ​​ແບບລະບາຍມົນ​ລະ​ພິດ​ຫຼາຍ.

ລັດຖະບານ​ຈີນ​ຍັງ​ຈະ​ອອກ​ແຮງ​ຊຸກ​ຍູ້​ຈຸດ​ທົດ​ລອງ​ແຂວງ,​ເຂດ​ປົກຄອງ​ຕົນ​ເອງ ​ແລະ ຕົວ​ເມືອງ​ທີ່​​ລະບາຍ​ກາກ​ບອນ​ຕ່ຳ, ດຳ​ເນີນ​ວຽກ​ງານ​ທົດ​ລອງ​ຕ່າງໆ ​ເຊັ່ນ, ​ເຂດ​ທົດ​ລອງ​ອຸດສາຫະກຳ​ກາກ​ບອນ​ຕ່ຳ,​ ເຂດຊຸມ​ຊົນ​ກາກ​ບອນ​ຕ່ຳ, ອຸດສາຫະກຳ​ການ​ຄ້າ​ກາກ​ບອນ​ຕ່ຳ ​ແລະ ຜະລິດ​ຕະພັນ​ກາກ​ບອນ​ຕ່ຳ​ເປັນ​ຕົ້ນ.

ນອກ​ນີ້, ຈີນ​ຍັງ​ຈະ​ສ້າງ​ລະບົບ​ສະຖິຕິການ​ລະບາຍ​ອາຍ​ພິດເຮືອນ​ແກ້ວ​ຂັ້ນ​ພື້ນຖານ​, ເພິ່ມທະວີ​ວຽກ​ງານຄິດໄລ່​ການ​ລະບາຍ​ອາຍພິດຮືອນ​ແກ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ