ກອງ​ປະຊຸມ​ເດີ​ບານຄວນ​ຊຸກຍູ້​ການ​ປະຕິບັດ"​ສົນທິສັນຍາ​ແລະ​"ອະນຸ​ສັນຍາ​"ຢ່າງຮອບດ້ານ​ຕື່ມ​ອີກ

(GMT+08:00) 2011-12-08 12:18:10     cri

ວັນ​ທີ7 ທັນວາ​ນີ້,ທ່ານ​ເຊ້ຍ​ເຈິ້ນ​ຮວາ, ຮອງ​ຫົວຫນ້າຄະນະກຳມະການ​ພັດ ທະນາ​ແລະ​ປະຕິ​ຮູ​ບ​ແຫ່ງ​ລັດ​ຈີນ, ​ຫົວ​ຫນ້າຄະນະ​ຜູ່​ແທນ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງປະຊຸມ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ເດີ​ບານ​ກ່າວ​ວ່າ,ກອງ​ປະ​ຊຸມ​ເທື່ອ​ນີ້​ຄວນ​ຊຸກຍູ້ການ​ປະຕິບັດ"ສົນທິສັນຍາ​​ຂອບ​ຂອງສະຫະ​ປະຊາ​ຊາດກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາ"ແລະ​"ອະນຸ​ສັນຍາກຽວ​ໂຕ"​ຢ່າງຮອບດ້ານ​ ໃຫ້ມີປະສິດທິ​ຜົນ​ແລະ​ຕໍ່​ເນື່ອງຕື່ມ​ອີກ,​ເພື່ອ​ຮັກສາ​​ແລະ​ປັບປຸງຫຼັກການແລະ​ຂອບ​ທີ່​ມີ​ຢູ່​ແລ້ວ​ໃນ​ປະຈຸ​ບັນ.


ໃນ​​ການ​ເຈລະຈາລະຫວ່າງ​​ເຈົ້າ​ຫນ້າ​ທີ່​ລະດັບ​ສູງ​ຂອງ​ກອງ​ປະຊຸມ​​ເທື່ອ​ນີ້​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວກັນ,ທ່ານ​ເຊ້ຍ​ເຈິ້ນ​ຮວາ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໂດຍ​ຊີ້​ອອກ​ວ່າ,ຫນ້າ​ທີ່ທີ່​ສຳຄັນ​ທີ່​ສຸດ​ໃນກອງ​ປະຊຸມ​ເດີ​ບານ​​ແມ່ນ​ການ​​ສຳ​ເລັດ​ສິດຈາກ​ແຜນການ​ບາ​ຫຼີ,ຈັດ​ວາງ​ຄຳ​ຫມັ້ນ​ສັນຍາ​ໄລຍະ​ທີ​ສອງ​ຂອງ​ອະນຸ​ສັນຍາ​ກຽວ​ໂຕ​ຢ່າງ​ຈະ​ແຈ້ງ,ສະ​ແດງ​ໃຫ້​ເຫັນຢ່າງ​ຈະ​ແຈ້ງ​ເຖິງຕົວ​ເລກ​ຄາດ ຫມາ​ຍໃນ​ການ​ຫຼຸດ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ທີ່ບັນດາ​ລັດ​ພາຄີ​ປະ​ເທດຄື​ປະ​ເທດ​ທີ່​ພວມ​ພັດທະນາ​ແລ້ວ​​ສືບ​ຕໍ່ມີ​ຄວາມ​ຮັບຜິດຊອບຕາມຄຳ​ຫມັ້ນ​ສັນ​ຍາ​ໄລຍະ​ທີ​ສອງ,ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງຕົວ​ເລກຄາດ ຫມາຍ​ໃນ​ການ​ຫຼຸດການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວທີ່ເທົ່າທຽບກັບ​ປະ​ເທດ​ພັດທະນາ​ແລ້ວ​ອື່ນໆ​ແຕ່ປະ​ເທດ​ທີ່​ພັດທະນາ​ແລ້ວ​ຊຶ່ງ​ບໍ່​ແມ່ນ​ປະ​ເທດ​ລັດ​ພາຄີ​ມີ​ຄວາມຮັບຜິດຊອບພາຍ​ໃຕ້​"ສົນທິສັນຍາ",ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຂອງ"​ສັນຍາຄານ​ຄຸນ​"ຢ່າງຮອບດ້ານ,​ເພື່ອ​ເລີ່​ມຈັດ​ວາ​ງກົນ​ໄກ​ໃນ​ດ້ານ​ຕ່າງໆ​ ເຊັ່ນ:ກອງ​ທຶນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສີຂຽວ, ຖ່າຍ​ທອດ​ເຕັກນິກ,ການ​ສ້າງ​ຄວາມ​ສາມາດ​ແລະ​ຄວາມ​ໂປ່​ງ​ໃສ​ແລະ​ອື່ນໆ.


ທ່ານ​ເຊ້ຍ​ເຈິ້ນ​ຮວາ​ຊີ້​ອອກ​ວ່າ,​ໃນ​ຂະນະ​ທີ່​ປະ​ເທດ​ທີ່​ພວມ​ພັດທະນາ​ປະ​ເຊີນ​ກັບ​ຫນ້າ​ທີ່​ຈຳນວນ​ຫຼວງ​ຫຼາຍ​ເຊັ່ນ:ການ​ພັດທະນາ​ເສດຖະກິດ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແລະ​ອື່ນໆ,ກໍ່​ໄດ້​ພະຍາຍາມ​ຢ່າງ​ໃຫຍ່​ຫຼວງ​ເພື່ອ ຄວບ​ຄຸມ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ຫນ້ອຍ​ລົງຕາມ​ຄວາມ​ສາມາດ​ຂອງ​ຕົນ.ປະ​ເທດ​ທີ່​ພັດທະນາ​ແລ້​ວຄວນຄຳ​ນຶງ​ເຖິງ​ຫນ້າ​ທີ່​ຮັບຜິດຊອບ​​ທາງປະຫວັດສາດ​ແລະ​ຄວາມ​ຈິງທີ່​ມີ​ຍອດປະລິມານການລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ອັນ​ໃຫຍ່​ຫຼວງ​ທີ່ສະ​ເລ່ຍຕາມຫົວ​ຄົນ,ມີ​ຄວາມ​ຮັບຜິດຊອບ​ຢ່າງ​ແທດ​ເຫມາະ​ກັບຕົວ​ຈິງ​ເພື່ອຫຼຸດ​ການລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ຢ່າງ​ຂະຫນາດ​ໃຫຍ່​ກ່ອນ,​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ພັນທະ​ແລະ​ຄຳ​ຫມັ້ນ​ສັນຍາ​ທີ່ສະຫນອງ​ເງິນ​ທຶນ​ແລະ​ສະຫນັບສະ​ຫນູນ​ການຖ່າຍ​ທອດ​ເຕັກນິກ​​​ໃຫ້​ແກ່​ປະ​ເທດ​ທີ່​ພວມ​ພັດທະນາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ