ພົບ​ລະ​ເລີດ​ທີ່​ຍັງ​ບໍ່​ທັນ​ແຕກ​ຢູ່ຖະໜົນ​ຣາຊະ​ດຳ​ເນີນ​ກາງ​ໃຈ​ກາງ​ນະ​ຄອນ​ຫຼວງ​ບາງ​ກອກ

(GMT+08:00) 2011-12-08 15:53:28     cri
​ຕາມ​ຂ່າວສານ​ຈີນ​ລາຍ​ງານ​ວ່າ: ທ່ານ​ພານຸ​ພົງ​ສິງຫາຣາ ນະ​ອາ​ຢຸດ​ທະ​ຢາ ຮອງ​ຜູ່​ບັນຊາ​ການ​ຕຳ​ຫຼວດ​ແຫ່ງ​ຊາດ​ໄທ​ກ່າວ​ໃນ​ວັນ​ທີ7​ທັນວາ​ນີ້​ວ່າ,​ໄດ້​ພົບ​ລະ​ເບີດ​ໜ່ວຍ​ໜຶ່ງ​ວາງຢູ່​ຖະໜົນຣາຊະ​ດຳ​ເນີນ​ກາງ​​ໃຈກາງນະຄອນຫຼວງ​ບາງກອກ,ປະຈຸ​ບັນ,ຕຳຫຼວດ​ພວມ​ເລັ່ງ​ສືບ​ສວນ​ຫາ​ຜູ່​ຕ້ອງ​ຫາ​ທີ່​ວາງ​ລະ​ເບີດ.

ທ່ານ​ພານຸ​ພົງ ສິງຫາຣາ ນະ​ອາ​ຢຸດ​ທະ​ຢາ ກ່າວ​ວ່າ,ລະ​ເບີດ​ໜ່ວຍ​ນີ້​ເປັນ​ລະ​ເບີດ​ທີ່ຄົນ​ປະກອບ​ຂຶ້ນ​ເອງ,ວົງ​ຈອນ​ໄຟຟ້າ​ຂອງ​ລະ​ເບີດ​ນີ້​ບໍ່​ຄົບ​ຖ້ວນ,ຄາດ​ວ່າ​ຜູ່​ວາງ​ລະ​ເບີດ​ເຮັດ​ແນວ​ນີ້​ແມ່ນ​ເພື່ອ​ຢາກ​ກໍ່ກວນ​ຫຼື​ສ້າງຄວາມ​ຢ້ານ​ກົວ​ໃຫ້​ແກ່​ສາທາລະນະ​ຊົນ.​ເຈົ້າ​ໜ້າ​ທີ່ຕຳຫຼວດ​ກ່າວ​ວ່າ,ຖ້າວ່າ​ລະ​ເບີດ​ໜ່ວຍ​ນີ້​ ​ລະ​ເບີດຂຶ້ນຈະມີ​ອະນຸ​ພາບ​ທຳລາຍ​ໃນ​ວົງ​ລັດສະໝີ​ທີ່​ມີ​ເສັ້ນ​ຜ່າ​ກາງ​ປະມານ20​ແມັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ