ຜູ່​ນຳ​ຝະຣັ່ງ​ແລະ​ເຢຍລະ​ມັນຍື່ນ​ຂໍ້​ສະ​ເໜີ​ຮ່ວມ​ກ່ຽວ​ກັບ​ການ​ດັດ​ແກ້​ສົນ​ທິ​ສັນ​ຍາ​ສະ​ຫະ​ພາບ​ເອີ​ລົບ​ໃຫ້​EU

(GMT+08:00) 2011-12-08 18:06:25     cri
ວັນ​ທີ7​ທັນວາ​ນີ້,ທ່ານ​ນີ​ໂຄລັສ ຊາ​ໂກ​ຊີ ປະທານາທິບໍດີ​ຝະຣັ່ງ​ແລະ​ທ່ານ​ນາງ​​ແອ​ງ​ເຈີລາ ​ເມີ​ເກ​ວ ນາຍົກລັດຖະມົນຕີ​ເຢຍລະ​ມັນ​ໄດ້​ສົ່ງ​ຈົດໝາຍ​ໄປ​ຍັງ​ທ່ານ​​ແຮັກ​ມານ ວັນ ຣົມປຸຍ ປະທານ​ຖາວອນສະຫະພາບ​ເອີ​ລົບ​ຢ່າງ​ເປັນ​ທາງ​ການ​​ໂດຍ​ສະ​ເໜີ​ໃຫ້​ດັດ​ແກ້​ສົນທິສັນຍາ​ສະຫະ​ພາບ​ເອີ​ລົບທີ່​ປະຕິບັດ​ໃນ​ປະຈຸ​ບັນ,​ເພີ່ມ​ຄວາມ​​ເຂັ້ມ​ງວດ​ໃນ​ການປະຕິບັດລະບຽບ​ວິ​ໄນທາງ​ດ້ານ​ການ​ເງິນ​ຂອງ​ສະຫະ​ພາບ​ເອີ​ລົບ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ໃຊ້​ເງິນ​ເອີ​ໂຣ​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ທ່ຽງ​ແລະ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ,​ຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ອັດ​ຕະ​ຄັດ​ໃນ​ວິ​ກິດ​ການ​ໜີ້​ສິນ​ພາກ​ລັດ​ຂອງ​ເອີ​ລົບ.

ຂໍ້​ສະ​ເໜີ​ຂອງ​ຝະຣັ່ງ​ແລ​ເຢຍລະ​ມັນ​ມີ​ເນື້ອ​ໃນ​ຕົ້ນຕໍ4​ດ້ານ​ຄືເພີ່ມ​ທະວີ​ການ​ກໍ່ສ້າງ​ກົນ​ໄກ​ເຂດ​ໃຊ້​ເງິນ​ເອີ​ໂຣ,ກົນ​ໄກ​ທີ່​ກໍ່​ຕົວເປັນ​ກອງ​ປະຊຸມ​ສຸດ​ຍອດ​ເຂດ​ໃຊ້​ເງິນ​ເອີ​ໂຣ,ກ່ອນ​ວິ​ກິດ​ການ​ໜີ້​ສິນ​ສະຫະພາບ​ເອີ​ລົບ​ຈະ​ໄດ້​ຮັບ​ການ​ສະກັດ​ກັ້ນ​ໄວ້​ນັ້ນ,ກອງ​ປະຊຸມ​ສຸດ​ຍອດ​ເຂດ​ໃຊ້​ເງິນ​ເອີ​ໂຣຈະ​ກາຍ​ເປັນ​ກອງ​ປະຊຸມປະຈຳ​ເດືອນ.

ສ້າງ​ຂອບ​ປ້ອງ​ກັນ​ໂດຍ​ລວມ,​ເຂດ​ໃຊ້​ເງິນ​ເອີ​ໂຣຈະ​ໃຊ້​ນະ​ໂຍບາຍ​ທີ່​ຄ້າຍໆ​ກັນ​ໃນ​ການ​ຕິດຕາມ​ຄຸ້ມ​ຄອງ​ການ​ເງິນ,ການ​ປະກອບ​ອາຊີບ,​ການ​ເກັບ​ສ່ວຍ​ສາ​ອາກອນ​ແລະ​ຊຸກ​ຍູ້​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ.

ສົນທິສັນຍາ​ສະຫະພາບ​ເອີ​ລົບ​ສະບັບ​ດັດ​ແກ້​ຈະ​ປະຕິບັດ​ມາດ​ຕະການ​ລົງ​ໂທດ​ແບບ​ອັດຕະ​ໂນ​ມັດ​ຕໍ່​ປະ​ເທດ​ທີ່​ມີ​ຂຸມ​ການ​ເງິນ​ກວມGDPຫຼາຍ​ກວ່າ3%,​ເວັ້ນ​ເສຍ​ແຕ່​ກອງ​ປະຊຸມ​ສຸດ​ຍອດ​​ເຂດ​ໃຊ້​ເງິນ​ເອີ​ໂຣປະຕິ​ເສດ​ດ້ວຍ​ຄະ​ແນນ​ສຽງ​ສ່ວນ​ຫຼາຍ​ທີ່​ສຸດ.

ແລະ ອັນ​ສຸດ​ທ້າຍ,​ເລີ່​ມປະຕິບັດກົນ​ໄກ​ຄວາມ​ໝັ້ນ​ທ່ຽງ​ເອີ​ລົບ​ຊຶ່ງ​ເປັນ​ກົນ​ໄກຊ່ວຍ​ເຫຼືອ​ຖາວອນ​ຂອງ​ເຂດ​ໃຊ້​ເງິນ​ເອີ​ໂຣກ່ອນ​ເວລາ​ກຳນົດ1​ປີ​ຄື​ເລີ່​ມຕົ້ນ​ໃນ​ປີ2012.

ຜູ່​ນຳ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຢູ່​ນະຄອນຫຼວງ​ບຼຸກ​ແຊນ​ຂອງ​ແບນ​ຊິກ​​ແຕ່​ວັນ​ທີ8​ຫາ​ວັນ​ທີ9​ທັນວາ​ນີ້.ຜູ່​ນຳ​ຂອງ​ຝະຣັ່ງ​ແລະ​ເ​ຢລະ​ມັນ​ຫວັງ​ວ່າ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້​ຈະ​ມີ​ຂໍ້​ຕົກລົງ​ກັນ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ດັ່ງກ່າວ​ເພື່ອດັດ​ແກ້​ສົນທິສັນຍາ​ສະຫະພາບ​ເອີ​ລົບ​ໃຫ້​ສຳ​ເລັດ​ໃນ​ເດືອນ​ມີນາ​ປີ2012.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ