ເຂື່ອນ​ໄຟຟ້າກອມ​ຈາ​ຍກໍາປູ​ເຈຍທີ່​ກຸ່ມ​ບໍລິສັດກໍ່ສ້າງ​ຊົນລະປ​ະທານ​ແລະ​ໄຟຟ້ານໍ້າຕົກຈີນ​ລົງທຶນ​ນັ້ນ​ສ້າງ​ສໍາ​ເລັດ

(GMT+08:00) 2011-12-08 17:59:51     cri

ຕາມ​ຂ່າວCRI, ວັນ​ທີ7​ທັນວາ​ນີ້, ​ເຂື່ອນ​ໄຟຟ້າ​ກອມຈາ​ຍຢູ່​ແຂວ​ງກໍາປົດ​ກໍາປູ​ເຈຍ​ທີ່​ກຸ່ມ​ບໍລິ​ສັດກໍ່ສ້າງ​ຊົນລະ​ປະທານ​ແລະ​ໄຟຟ້າ​ນໍ້າຕົກ​ຈີນ​ລົງທຶນ​ນັ້ນ​ໄດ້ສ້າງສໍາເລັດແລະ​ເປີດນໍາ​ໃຊ້ຢ່າງ​ເປັນທາງ​ການແລ້ວ, ໃນພິທີເປີດ​ນໍາໃຊ້ຄັ້ງ​ນີ້ມີທ່ານ​ຮຸນ​ແຊນ,ນາຍົກ​ລັດຖະມົນຕີກໍາປູ​ເຈຍ, ທ່ານ​ຜ່ານ​ກວາງ​ເຊ, ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈໍາ​ກໍາປູ​ເຈຍ, ເຈົ້າໜ້າ​ທີ່​ທີ່ກ່ຽວຂ້ອງ​ຂອງ​ກຸ່ມບໍ​ລິ​ສັດ​ກໍ່ສ້າງ​ຊົນ​ລະ​ປະ​ທານ​ແລະ​ໄຟຟ້ານໍ້າຕົກຈີນ​,ພ້ອມ​ດ້ວຍ​ຜູ້ຕາງໜ້າ​ປະຊາຊົນ​ແຂວງ​ກໍາປົດ, ​ເກືອບ2ພັນ​ຄົນ​ເຂົ້າ​ຮ່ວມ.

ໃນ​ພິທີ,ທ່ານຮຸນ​ແ​ຊນ​ໄດ້​ກ່າວ​ຄໍາ​ປາ​ໄສ​, ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດຖະບານ​ຈີນ​ທີ່​ຕັ້ງໜ້າ​ລະດົມ​ແລະຊຸກຍູ້ໃຫ້​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ​ຢູ່​ກໍາປູ​ເຈຍ,ຊຸກ​ຍ້​ໃຫູ້​​ເສດ​ຖະ​ກິດ​ສັງ​ຄົມ​ກໍາປູ​ເຈຍ​ພັດ​ທະນາ​ຢ່າງ​ວ່ອງ​ໄວ. ທ່ານ​ຮຸນ​ແຊນ​ກ່າວ​ວ່າ, ​ເຂື່ອນ​ໄຟຟ້າ​ກອມຈາຍ​ມີກໍາລັງ​ຕິດຕັ້ງ​ເຄື່ອງຈັກ​ຜະລິດ​ໄຟ​ຟ້າ​ເກືອບ200​ເມ​ກາ​ວັດ​ແມ່ນ​ເຂື່ອນ​ໄຟຟ້າ​ທີ່​ໃຫຍ່​ທີ່ສຸດ​ຢູ່ກໍາປູ​ເຈຍ​ໃນ​ປະ​ຈຸ​ບັນ. ​ເຂື່ອນ​ໄຟ​ຟ້າ​ນີ້​ສ້າງ​ສໍາ​ເລັດ​ແລະ​ຜະ​ລິດ​ໄຟ​ຟ້າ​ແລ້ວ​ຈະ​ສາ​ມາດ​ເສີມ​ຂະຫຍາຍບົດບາດ​ອັນ​ສໍາຄັນ​ໃນການແກ້​ໄຂ​ບັນຫາຂາດ​ແຄນ​ໄຟຟ້າຢູ່​ແຂວງ​ກໍາປົດ,​ແຂວງ​ຕາແກ້ວ, ​ແຂວງ​ສີ​ຫານຸ​ແລະ​ນະຄອນ​ຫລວງ​ພະນົມເປັນ, ຈະເປັນ​ເງື່ອນ​ໄຂເຮັດໃຫ້​ການຜະລິດ​ແລະ​ຊີວິດ​ການ​​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ແຂວງເຫລົ່ານີ້ໃຫ້ດີຂຶ້ນ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ