ສະຫະພາບ​ເອີ​ລົບ​ເຫັນ​ດີໂດຍພື້ນ​ຖານໃນ​ການ​ເຂົ້າຮ່ວມການປະຕິບັດ​ຄໍາ​ໝັ້ນ​ສັນຍາ​ໄລຍະທີ2​ຂອງ "ອະນຸ​ສັນຍາ​ໂຕ​ກຽວ"

(GMT+08:00) 2011-12-08 18:07:28     cri

ໃນ​ກອງ​ປະ​ຊຸມ​ຜູ້ລົງ​ນາມ​ໃນ​ສັນຍາ​ຄັ້ງ​ທີ17​ຂອງ​ຂອບ​ສົນທິ​ສັນ​ຍາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສະ​ຫະ​ປະຊາ​ຊາດ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ7​ທັນວາ​ນີ້​ຢູ່ນະຄອນ​ເດີ​ບານ​ປະເທດອາ​ຟຼີກາ​​ໃຕ້, ທ່ານ​ນາງຄອນ​ນີ ​ເອ​ເດີ​ກາອັດ, ກໍາມະການ​ທີ່​ຮັບຜິດ​ຊອບ​ວຽກ​ງານ​ດິນ​ຟ້າ​ອາກາດ​ຂອງ​ຄະນະ​ກໍາ​ມາ​ທິການ​ສະຫະພາບ​ເອີ​ລົບກ່າວ​ວ່າ, ສະຫະພາບ​ເອີ​ລົບ​ເຫັນ​ດີ​ໂດຍພື້ນ​ຖານໃນການເຂົ້າ​ຮ່ວມ​ການປະຕິບັດ​ຄໍາ​ໝັ້ນ​ສັນຍາ​ໄລຍະທີ2​ຂອງ "ອະນຸ​ສັນຍາ​ໂຕ​ກຽວ"​ໂດຍ​ຫລັກການ.

ນາງ​​ເອ​ເດີ​ກາອັດ​ກ່າວ​ວ່າ, ສະຫະພາບ​ເອີລັບ​ບໍ່​ຢາກ​ໃຫ້​ຜົນ​ສໍາ​ເລັດ​ທີ່​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ​ພະຍາຍາມ​ສ້າງ​ມາຫລາຍ​ປີ​ນັ້ນ​ເສຍໄປລ້າໆ. ສະ​ນັ້ນ, ສະຫະພາບ​ເອີ​ລົບ​ຕ້ອງການ​ດໍາ​ເນີນ​ການ​ສົນທະນາ​ໃນ​ທາງ​ທີ່​ສ້າງສັນ​ກັບ​ອົງ​ກອນ​ເສດຖະກິດ​ສໍາຄັນ​ອື່ນໆ.ນາງ​ກ່າວ​ເນັ້ນ​ວ່າ, ກ່ອນ​ກອງ​ປະຊຸມ​ເດີ​ບານ​ສິ້ນ​ສຸດ​ລົງ, ຕ້ອງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ແທ້​ຈິງ. ເຖິງ​ວ່​າອາ​ເມ​ລິ​ກາ, ກາ​ນາ​ດາ, ຍີ່ປຸ່ນ​ແລະຣັດ​ເຊຍ​ຍັງ​ຍຶດ​ໃນໝັ້ນ​ຫລັກໝັ້ນ​ທີ່ຄັດ​ຄ້ານກໍຕາມ.

ນັກວິ​ເຄາະ​ເຫັນ​ວ່າ, ການ​ສະ​ແດງ​ທ່າ​ທີ​ຂອງ​ນາງ​ເອ​ເດີ​ກາ​ອັດ​ສະ​ແດງ​ໃຫ້​ເຫັນ​ເຖິງ​ສະ​ຫະ​ພາບ​ເອີ​ລົບ​ຍິນ​ດີຜ່ອນ​ສັ້ນ​ຜ່ອນ​ຍາວ​ໃນ​ບັນຫາການ​ປະ​ຕິບັດ​ຄໍາ​ໝັ້ນ​ສັນ​ຍາ​ໄລຍະ​ທີ2​ຂອງ "ອະນຸ​ສັນຍາ​ໂຕ​ກຽວ". ​ແຕ່​ວ່າ​ສະຫະ​ພາບ​ເອີ​ລົບ​ອາດ​ຈະ​ຮຽກຮ້ອງ​ໃຫ້​ປະ​ເທດ​ອື່ນໆ​ຮັບຮອງ​ເອົາ​ແຜນການ​ດໍາເນີນງານເດີ​ບານ​ທີ່​ສະເໜີໂດຍ​ສະຫະ​ພາບ​ເອີ​ລົບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ