ກອງ​ປະຊຸມ​ປຶກສາ​ຫາລືວຽກ​ງານ​ປ້ອງ​ກັນຊາ​ດລະ​ຫວ່າງ​ກະຊວງ​ປ້ອງ​ກັນຊາ​ດຈີນ​ກັບ​ອາ​ເມ​ລິ​ກາ​ຄັ້ງ​ທີ12​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

(GMT+08:00) 2011-12-08 18:14:52     cri

ວັນ​ທີ7​ທັນວາ​ນີ້,ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ, ທ່ານ​ມາ​ຊ່ຽວ​ທ່ຽນ, ​ຮອງ​ເສນາ​ທິການ​ ກອງ​ທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ແລະ​ທ່ານ​ນາງ​ມີ​ເຊ​ວ ຟຼູນອຍ, ລັດຖະ​ມົນ​ຕີຊ່ວຍ​ວ່າ​ການ​ກະຊວງ​ປ້ອງ​ກັນປະ​ເທດອາ​ເມ​ລິ​ກາ​ໄດ້​ເປັນ​ປະທານຮ່ວມ​ໃນ​ກອງ​ປະຊຸມປຶກສາ​ຫາລື​ວຽກ​ງານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນປະ​ເທດ​ຈີນກັບອາ​ເມ​ລິ​ກາ​ຄັ້ງ​ທີ12​. ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​2ກອງທັບ,​ໂດຍສະ​ເພາະແມ່ນ, ​ອາ​ເມ​ລິ​ກາ​ຂາຍ​ອາວຸດ​ໃຫ້​ແກ່​ໄຕ້​ຫວັນ,ການ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ​ຮ່ວມແລະ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່ກ່ຽວ​ຂ້ອງ.

ທ່ານນາງ​ຟຼູນອຍກ່າວ​ວ່າ, ​ເຫັນ​ດີ​ນໍາ​ຄວາມ​ເຫັນ​ຂອງ​ທ່ານ​ມາ​ຊ່ຽວທ່ຽນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​2ກອງທັບ​ຢ່າງ​​ເຕັມທີ່. ນາງ​ເວົ້າ​ວ່າ, ການ​ພົວພັນ​ອາ​ເມ​ລິ​ກາ-ຈີນ​ມີຄວາມສໍາຄັນ​ຫລາຍ, ​ເສດຖະກິດ​ສອງປະ​ເທດ​ເພິ່ງພາ​ເຊິ່ງກັນ​ແລະ​ກັນ, ຜົນ​ປະ​ໂຫຍດ​ເຊື່ອມ​ໂຍງ​ເຂົ້າກັນ​ໃນ​ລະດັບ​ສູງ, ປະ​ຈຸ​ບັນໃນ​ທົ່ວ​ໂລກ​ນີ້, ບໍ່​ມີ​ການ​ພົວ​ພັນ​ໃດໆ​ມີ​ຄວາມ​ສໍາ​ຄັນ​ເທົ່າ​ທຽມ​ກັບການ​ພົວພັນ​ເອ​ເມ​ລິ​ກາ-ຈີນ. ​ຄວາ​ມ​ເຫັນກ່ຽວ​ກັບ "ການ​ປະ​ທະ​ກັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ​ບໍ່​ສາ​ມາດ​ຫລີກ​ລ່ຽງໄດ້"ແມ່ນ​ຄວາມເຫັນທີ່​ຜິດພາດ​ຫລາຍ.ນາງ​ເຫັນວ່າ,ການພົວ​ພັນລະຫວ່າງ​2ກອງທັບ​ທີ່ປອດໃສ,ໝັ້ນຄົງ,ໜ້າ​ເຊື່ອຖືແລະ​ຍືນຍົງ​ແມ່ນສອດ​ຄ່ອງ​ກັບ​ຄວາມ​ເຫັນທີ່​ເປັນ​ເອກະ​ສັນກັນລະ​ຫວ່າງ​ປະມຸກລັດ​ຂອງສອງ​ປະເທດ,ມີຄວາມ​ໝາຍສໍາຄັນ​ຕໍ່ການ​ຮັກ​ສາ​ຜົນປະໂຫຍດ​ດ້ານຄວາມ​ໝັ້ນຄົງ​ຂອງ​ສອງ​ຝ່າຍ,ແລະ​ຮັກສາ​ສັນຕິພາບ​ແລະສະຖຽນ​ລະພາບຂອງ​ອາຊີປາຊີຟິກ, ຮ່ວມກັນ​ຮັບມືກັບ​ສິ່ງທ້າທາຍ​ໃນຕໍ່ໜ້າ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ