ສະຫະ​ປະ​ຊາ​ຊາດ​ກ່າວປະນາມຢ່າງ​ຮຸນ​ແຮງຕໍ່​ເຫດການ​ໂຈມຕີ​ແບບ​ສະຫລະ​ຊີບ​ໃນ​ອັຟກາ​ນີສະຖານ​

(GMT+08:00) 2011-12-08 18:21:45     cri

ວັນ​ທີ7​ທັນວາ​ນີ້, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ອອກ​ຖະ​ແຫລ​ງການ: ກ່າວ​ປະນາມ​ຢ່າງ​ຮຸນ​ແຮ​ງຕໍ່​ເຫດການ​ຫລອມ​ໂຈມ​ຕີ​ແບບ​ກໍ່​ກາ​ນຮ້າ​ຍທີ່​ເກີດ​ຂຶ້ນ​ຢູ່​ນະຄອນ​ມາຊາ ອີ ຊາຣິຟ,ທີ່ຢູ່​ພາກ​ເໜືອ​ຂອງ​ອັຟ​ກາ​ນີ​ສະ​ຖານ​ແລະ​ນະຄອນ​ຫລວງ​ກາບູນ​ຂອງ​ອັຟກາ​ນີ​ສະຖານ​ໃນ​ວັນ​ທີ6​ທັນວາ​ນີ້.

ຖະ​ແຫລ​ງການ​ຂຽນ​ວ່າ, ສ​ະພາ​ຄວາມ​ໝັ້ນຄົງ​ກ່າ​ວຢໍ້າວ່າ, ລັດ​ທິກໍ່​ການຮ້າຍ​ທຸກຮູບ​ແບບ, ບໍ່​ວ່າ​ເກີດຂຶ້ນ​ໃນ​ເວລາ​ໃດ, ຢູ່​ບ່ອນ​ໃດ, ​ແມ່ນ​ຜູ້​ໃດ​ເປັນ​ຜູ້ກໍ່ເຫດ,​ແລະ​ມີ​ຈຸດປະສົງ​ຫຍັງ,ລ້ວນແຕ່​ແມ່ນ​ການ​ກະທໍາ​ທີ່​ຜິດ​ກົດໝາຍ​ແລະ​ຕ້ອງ​ຖືກ​ລົງ​ໂທດ​ຕາມ​ກົດໝາຍ.

ວັນ​ທີ6​ທັນ​ວາ​ນີ້,ທ່ານ​ບານ​ກີ​ມູນ,​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫລງການ, ກ່າວ​ປະນາມ​ຕໍ່​ເຫດ​ການ​​ຫລອນ​ໂຈມ​ຕີ​ແບບ​ກໍ່​ກາ​ນຮ້າຍ​ທີ່​ແນ​ໃສ່​ປະຊາ​ຊົນ​ໃນຄັ້ງນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ