ສະ​ພາບັນດິດວິທະຍາສາດ​ສັງຄົມ​ຈີນ​ປະ​ກາດ​ປຶ້ມ​ປົກ​ຟ້າ ຄາດ​ວ່າ​ອັດ​ຕາ​ເພີ່ມ​ຂຶ້ນ​ຂອງ​GDPຂອງ​ຈີນ​ໃນ​ປີນີ້​ຈະ​ຫຼາຍ​ກວ່າ9%

(GMT+08:00) 2011-12-08 15:38:57     cri
ຕາມ​ຂ່າວCRI: ວັນ​ທີ7ທັນວາ​ນີ້, ສະ​ພາບັນດິດວິທະຍາສາດ​ສັງຄົມ​ຈີນ​ໄດ້​ປະກາດ《ປຶ້ມປົກ​ສີຟ້າ:​ການວິ​ເຄາະ​ແລະຄາດໝາຍ​ກ່ຽວ​ກັບສະຖານະ​ການ​ເສດຖະກິດ​ຂອງ​ຈີນ​ໃນ​ປີ2012》, ຄາດ​ວ່າ​ໃນ​ປີ2011​ອັດຕາ​ເພີ່ມ​ຂຶ້ນຂອງGDPຈີນ​ຈະ​ຫຼາຍ​ກວ່າ9%.

ປຶ້ມປົກ​ສີຟ້າ​ຊີ້​ອອກວ່າ, ການ​ເຕີບ​ໂຕດ້ານ​ເສດຖະກິດ​ໄດ້​​ເລີ່​ມຈາກ​ການກະ ຕຸ້ນດ້ວຍ​ນະ​ໂຍບາຍຫັນ​ໄປສູ່​ການ​ເຕີບ​ໂຕດ້ວຍ​ຕົນເອງ​ຕາມ​ລະບຽບການ, ​ໄພ​ເງິນ​​ເຟີ້​ພາຍ​ໃນ​ຈາ​ກການ​ສະສົມ​ແລ້ວ​ປ່ອຍ​ອອກ​ຫັນ​ໄປສູ່ຜ່ອນຄາຍ​ຕາມ​ບາດກ້າວ. ຄາດ​ວ່າ​ອັດຕາ​ການ​ເພີ່ມ​ຂຶ້ນ​ຂອງGDP​ຈີນ​ໃນ​ປີ2011ຈະ​ຫຼາຍ​ກວ່າ9%, ປີ2012, ຖ້າວ່າ​ສະພາບ​ແວດ​ລ້ອມ​ດ້ານ​ເສດຖະກິດ​ການ​ເມືອງ​ສາກົນ​ບໍ່​ຊຸດ​ໂຊມ​ລົງ​ກວ່າ​ເກົ່າ, ພາຍ​ໃນ​ປະ​ເທດ​ບໍ່​ເກີດ​ໄພທຳ​ມະ​ຊາດທີ່​ໜັກ​ໜ່ວງ​ແລະ​ບັນຫາ​ຮຸນ​ແຮງ​ອື່ນໆ, ​ເຖິງ​ແມ່ນ​ວ່າຄວາມ​ໄວ​ໃນ​ການ​ເຕີບ​ໂຕດ້ານ​ເສດຖະກິດຈະ​ຫຼຸດ​ລົງ, ​ແຕ່​ວ່າ​ຍັງ​ຮັກສາ​ໃນ​ຂອບ​ການ​ເຕີບ​ໂຕ​ຢ່າງ​ສົມ​ເຫດ​ສົມຜົນ, ອັດຕາ​ການ​ເພີ່ມ​ຂຶ້ນ​ຂອງGDPຄາດ​ວ່າ​ຈະ​ບັນລຸ​ເຖິງ8,9%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ