ຈີນຍິນ​ດີ​ສະໜັບສະໜູນ​ປະ​ເທດ​ທີ່ພວມ​ພັດທະນາຫຼຸດການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ດ້ວຍ​ຄວາມ​ສາມາດ​ຂອງ​ຕົນ

(GMT+08:00) 2011-12-08 11:08:10     cri
ວັນ​ທີ 7 ທັນວາ​ນີ້, ທ່ານ​ເຊ້ຍ​ເຈີ້ນ​ຮວາ, ຮອງ​ຫົວໜ້າ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ, ທັງ​ເປັນຫົວໜ້າ​ຄະນະ​ຜູ້​ແທນ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດທີ່​ນະຄອນ​ເດ​ບານ​ກ່າວ​ວ່າ, ຈີນ​ຍິນ​ດີ​​ໃຫ້ການ​ສະໜັບສະໜູນ​​ແກ່​ປະ​ເທດ​ທີ່​ພວມ​ພັດທະນາອື່ນໆ​​ເພື່ອດຳ​ເນີນການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ດ້ວຍ​ຄວາມ​ສາມາດ​ຂອງ​ຕົນ.

ໃນ "ກອງ​ປະຊຸມ​ປຶກສາ​ຫາລື​ສຸດ​ຍອດພາຍ​ໃຕ້​ຫົວ​ຂໍ້ "ປະ​ເທດ​ຈີນ" ​ໃນ​ການ​ຮ່ວມ​ມື​ໃຕ້​-ໃຕ້​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ" ທີ່​ຈັດ​ຂຶ້ນ​ຢູ່​​ກອງ​ປະຊຸມ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດທີ່​ນະຄອນ​ເດ​ບານ, ທ່ານ​ເຊ້ຍ​ເຈີ້ນ​ຮວາ​ກ່າວ​ວ່າ, ​ໄລຍະ​ນີ້, ຈີນ​ຈະ​​ໃຫ້ການ​ຊ່ວຍ​ເຫຼືອ​ໃນ​ດ້ານ​ການ​ສ້າງ​ຄວາມ​ສາມາດ, ການ​ກຳ​ເຕັກນິກ​ແລະການ​​ເຜີຍ​ແຜ່​​, ​ເຕັກນິກຜະລິດ​ອຸປະກອນ​ທີ່​ປະຢັດ​ພະລັງງານ​ແລະ​​ໃຫ້ແກ່​ປະ​ເທດ​ທີ່​ພວມ​ພັດທະນາ​.

ພ້ອມ​ກັນ​ນັ້ນ, ທ່ານ​ກ່າວ​ເນັ້ນ​ວ່າ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຍັງ​ຕ້ອງການ​ການ​ຮ່ວມ​ມື​​ຂອງ​ທົ່ວ​ໂລກ. ປະ​ເທດ​ທີ່ພັດທະນາ​ແລ້ວ​ມີ​ຄວາມ​ສາມາດ​ໃນ​ດ້ານ​ເສດຖະກິດ​ທີ່​​ເຂັ້ມ​ແຂງ, ​ໄດ້​ມີ​​ເຕັກນິກ​ກາກ​ບອນ​ຕ່ຳ​ທີ່​ກ້າວໜ້າ, ອົງການ​ຕ່າງໆ, ​ເຊັ່ນ: ​ໂຄງການ​ສິ່ງ​ແວດ​ລ້ອມ​ສະຫະ​ປະຊາ​ຊາດ, ທະນາຄານ​ໂລກ​​ເປັນ​ຕົ້ນ​ໄດ້​ສະ​ສົມຊັບພະຍາກອນ​ຄວາມ​ຮູ້​ແລະ​ເຕັກນິກຢ່າງຫຼວງຫຼາຍ​ໃນ​ຂົງ​ເຂດ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ, ມີ​ບົດຮຽນ​​ໃນ​ດ້ານ​ພຶດຕິ​ກຳທີ່​ອຸດົມ​ສົມບູນ, ມີ​ແຫຼ່ງ​ເງິນທຶນ​​ບໍລິຈາກ​ແລະເງິນ​ກູ້ຫຼວງຫຼາຍ, ສາມາດ​​ໃຫ້ການ​ສະໜັບສະໜູນ​ຢ່າງແຂງ​ແຮງ​ແກ່​ປະ​ເທດ​ທີ່​ພວມ​ພັດທະນາ​ໃນ​ດ້ານ​ການວາງ​ແຜນການ, ການ​ອອກ​ແບບ​ແລະ​ປະຕິບັດ​ການ​ເຄື່ອນ​ໄຫວ​ຮັບ​ມື.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ